ຮູບປັ້ນປະທານໂຮ່ຈີມິນ ແມ່ນຂອງຂວັນໂດຍຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ ຜ່ານສະຖານທູດຫວຽດນາມ ປະຈຳ ອັງກິດ ມອບໃຫ້ຫໍພິພິທະພັນ Newhaven ເມື່ອປີ 2013 ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນທີ່ເພິ່ນມາຮອດອັງກິດ ໃນວິວັດການໄປຊອກຫາເສັ້ນທາງກູ້ຊາດ.

leftcenterrightdel
ຄະນະປະຕິບັດງານສະຖານທູດຫວຽດນາມ ປະຈຳອັງກິດ ຖ່າຍຮູບທີ່ລະນຶກຢູ່ໃກ້ຮູບປັ້ນປະທານ ໂຮ່ຈີມິນ ໃນໄລຍະໄປຢ້ຽມຢາມ ແລະເຮັດວຽກຢູ່ຫໍພິພິທະພັນ Newhaven. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ທ່ານ ໂດ໊ມິງຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອັງກິດ ຢືນຢັນ ສະຖານທູດຫວຽດນາມ ປະຈຳ ອັງກິດ ຈະສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍອໍານາດການປົກຄອງ ແລະຫໍພິພິດທະພັນ Newhaven ໃນໂຄງການບູລະນະເຂດວາງສະແດງຮູບປັ້ນປະທານ ໂຮ່ຈີມິນ, ພ້ອມທັງສະໜອງບັນດາເອກະສານກ່ຽວກັບຜູ້ນຳຂອງຫວຽດນາມ ຕື່ມອີກ. ສອງຝ່າຍຢືນຢັນວ່າ ຈະສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບ ແລະການຮ່ວມມືອັນເປັນມູນເຊື້ອລະຫວ່າງຫວຽດນາມ ແລະເທດສະບານເມືອງ ທີ່ມີປະຫວັດສາດທີ່ຕິດພັນກັບປະທານໂຮ່ຈີມິນ.

ທ່ານ Graham Amy, ຫົວໜ້າຫໍພິພິທະພັນ Newhaven ໃຫ້ຮູ້ວ່າ ບັນດາວັດຖຸພັນທີ່ນໍາມາວາງສະແດງຢູ່ຫໍພິພິທະພັນນີ້ໄດ້ສະແດງໃຫ້ເຫັນສາຍພົວພັນລະຫວ່າງປະທານໂຮ່ຈີມິນ ແລະເທດສະບານເມືອງ Newhaven ແມ່ນພື້ນຖານເພື່ອຊຸກຍູ້ການພົວພັນມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງຫວຽດນາມ ກັບເທດສະບານເມືອງ.

ໂດຍ: ທູຈາງ