ສື່ມວນຊົນອາເມລິກາໃຕ້ ຍ້ອງຍໍສັນລະເສີນປະເທດ, ປະຊາຊົນ ແລະວັດທະນະທຳຫວຽດນາມ
ກປ.ອອນໄລ - ໃນຊຸມມື້ມໍ່ໆມານີ້, ໜັງສືພິມອາກຊັງຕີນ ແລະ ອູຣູໄກວ ໄດ້ລົງພິມບົດຂຽນກັບຮູບພາບຫຼາຍສະບັບ ທີ່ຍ້ອງຍໍສັນລະເສີນຄວາມງາມຂອງປະເທດ, ປະຊາຊົນ ແລະວັດທະນະທຳຫວຽດນາມ.
ໜັງສືພິມ Ambito ຂອງອາກຊັງຕີນ ໄດ້ລົງພິມບົດຂຽນຂອງນັກຂ່າວ Osvaldo Sorbara - ຜູ້ທີ່ມາຢ້ຽມຢາມຫວຽດນາມ, ໃນນັ້ນໄດ້ຢືນຢັນວ່າ ຫວຽດນາມ ແມ່ນປະເທດໜຶ່ງທີ່ມີຊື່ສຽງທາງດ້ານມູນເຊື້ອປະຫວັດສາດ, ພູມສັນຖານ, ທັດສະນິຍະພາບທີ່ເປັນເອກະລັກສະເພາະ ແລະຄວາມງາມທາງດ້ານວັດທະນະທຳທີ່ໜ້າຈັບໃຈທີ່ສຸດ ເຮັດໃຫ້ທຸກຄົນແປກໃຈ.
ນັກຂ່າວ Sorbara ຂຽນວ່າ ລາວໄດ້ມາຫວຽດນາມ ຍ້ອນຢາກມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບການປ່ຽນແປງຂອງປະເທດອາຊີທີ່ຜ່ານຜ່າສົງຄາມຫຼາຍທົດສະວັດໃນເມື່ອກ່ອນ, ແລະປະຈຸບັນ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ.
    |
 |
ໜັງສືພິມ Ambito ຂອງອາກຊັງຕີນ ລົງພິມບົດຍ້ອງຍໍສັນລະເສີນຄວາມງາມຂອງປະເທດ, ປະຊາຊົນ ແລະວັດທະນະທຳຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ Sorbara ໄດ້ບັນລະຍາຍເຖິງທິວທັດທີ່ສວຍງາມຂອງຫວຽດນາມ ແລະປະຊາຊົນຢູ່ທີ່ນີ້ມີຄວາມເມດຕາທີ່ສຸດ. ປະຈຸບັນ, ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກ. ເມື່ອມາຮອດຮ່າໂນ້ຍ, ເພື່ອນຈະຮູ້ສຶກໄດ້ການປະສົມປະສານທີ່ແປກໆ ລະຫວ່າງຄວາມສະຫງົບ ແລະຄວາມຄຶກຄັກ.
ໃນຂະນະນັ້ນ, ຄໍລຳອາຊີຂອງໜັງສືພິມ Diario LaR (ອູຣູໄກວ) ກໍ່ໄດ້ລົງພິມບົດຂຽນແນະນຳກ່ຽວກັບການທ່ອງທ່ຽວຫວຽດນາມ. ບົດຂຽນໄດ້ຂຽນວ່າ, ຫວຽດນາມ ແມ່ນປະເທດທີ່ສວຍງາມໃນຫຼາຍແງ່ມູມ, ມີທິວທັດທີ່ສວຍສົດງົດງາມ ແລະມີບັນດານະຄອນທີ່ມີສີສັນຫຼາກຫຼາຍ. ນີ້ແມ່ນເຫດຜົນໃຫ້ນັກທ່ອງທ່ຽວທີ່ຄັດເລືອກເອົາຫວຽດນາມ ເປັນບ່ອນມາຢ້ຽມຢາມ ແລະຄົ້ນຫາ.
ໜັງສືພິມ ອູຣູໄກວ ໄດ້ໄລ່ລາຍຊື່ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງຫວຽດນາມ ເຊັ່ນອອກມາ: ອ່າວຮະລອງ, ດ່າໜັງ, ໂຮ້ຍອານ, ນະຄອນໂຮ່ຈີມິນ... ບົດຂຽນຂອງ Diario LaR ໄດ້ສະຫຼຸບວ່າ ຫວຽດນາມ ແມ່ນຈຸດນັດພົບທີ່ດີໃຫ້ແກ່ນັກທ່ອງທ່ຽວ.
ໂດຍ: ຈາງຫງວຽນ