ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 - 3/2/2024), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີບົດຂຽນສຳຄັນພິເສດກ່ຽວກັບທິດສະດີ ແລະພຶດຕິກຳຕົວຈິງ: “ເອກອ້າງທະນົງໃຈ ແລະເຊື່ອໝັ້ນພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຕັດສິນໃຈກໍ່ສ້າງປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ, ອະລິຍະທຳ ແລະວິລະຊົນ”.

leftcenterrightdel
ປຶ້ມ “ເອກອ້າງທະນົງໃຈ ແລະເຊື່ອໝັ້ນພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຕັດສິນໃຈກໍ່ສ້າງປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ, ອະລິຍະທຳ ແລະວິລະຊົນ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສຳນັກພິມຈໍາໜ່າຍ.

ພາຍຫຼັງປະກາດ, ບົດຂຽນໄດ້ຮັບຄວາມເອົາໃຈໃສ່, ຕອບສະໜອງຢ່າງເລິກເຊິ່ງກວ້າງຂວາງຈາກພະນັກງານ, ສະມາຊິກພັກ ແລະປະຊາຊົນ, ອັນໄດ້ປຸກລູກຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດອັນສະຫງ່າງາມຂອງພັກ ແລະປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະເທດຫວຽດນາມ ວິລະຊົນ; ປັບປຸງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກອັນສະຫງ່າລາສີ, ໃນຂະບວນການປ່ຽນແປງໃໝ່, ກໍ່ສ້າງປະເທດຮັ່ງມີ, ເຂັ້ມແຂງ, ສີວິໄລ ແລະມີຄວາມຜາສຸກ.

ເພື່ອຜັນຂະຫຍາຍບັນດາການດຳເນີນຊີວິດທາງດ້ານການເມືອງ, ແນວຄິດກ່ຽວກັບເນື້ອໃນບົດຂຽນສຳຄັນນີ້, ໂຄສະນາເຜີຍແຜ່ຢ່າງກວ້າງຂວາງເຖິງຄະນະພັກ, ອົງການຈັດຕັ້ງພັກໃນທົ່ວລະບົບການເມືອງ, ສໍານັກພິມຈຳໜ່າຍການເມືອງແຫ່ງຊາດ ຄວາມຈິງ ໄດ້ພິມຈຳໜ່າຍປຶ້ມ “ເອກອ້າງທະນົງໃຈ ແລະເຊື່ອໝັ້ນພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຕັດສິນໃຈກໍ່ສ້າງປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ, ອະລິຍະທຳ ແລະວິລະຊົນ”  ລວມມີເນື້ອໃນທັງໝົດບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ເອກະສານສະບັບນີ້ຕອບສະໜອງຄວາມຕ້ອງການຄົ້ນຄວ້າຂອງພະນັກງານ, ສະມາຊິກພັກ, ຜູ້ອ່ານ, ຮັບໃຊ້ບັນດາອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ອົງການ, ຫົວໜ່ວຍ, ຄະນະພັກ, ໜ່ວຍພັກໃນການດຳເນີນຊີວິດ ແລະດຳເນີນຊີວິດຫົວເລື່ອງສະເພາະຢ່າງທັນການ.

ໂດຍ: ຈາງຫງວຽນ