ລັດຖະບານເຢຍລະມັນ ໜູນຊ່ວຍຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ກປ.ອອນໄລ - ວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ກົມການປ່ຽນແປງຂອງດິນຟ້າອາກາດ ຂຶ້ນກັບກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຫວຽດນາມ ສົມທົບກັບອົງການຮ່ວມມືພັດທະນາເຢຍລະມັນ (GIZ) ຈັດຕັ້ງກອງປະຊຸມສໍາມະນາສະຫຼຸບໂຄງການໜູນຊ່ວຍຫວຽດນາມ ປະຕິບັດຂໍ້ຕົກລົງປາຣີ (VN-SIPA).
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: moitruongvadothi.vn |
ໂຄງການ VN-SIPA ໂດຍລັດຖະບານເຢຍລະມັນ ອຸປະຖຳດ້ວຍຈໍານວນເງິນທັງໝົດ 10,3 ລ້ານເອີໂຣ, ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດ ແລະໜູນຊ່ວຍຜັນຂະຫຍາຍການປະຕິບັດຂໍ້ຕົກລົງປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ. ໃນໄລຍະ 4 ປີຜ່ານມາ, ໂຄງການໄດ້ໃຫ້ຄໍາປຶກສາ, ໜູນຊ່ວຍບັນດາກະຊວງ, ຂະແໜງການຂອງຫວຽດນາມ ກໍ່ສ້າງ 4 ລະບົບວັດແທກ-ລາຍງານ-ປະເມີນຜົນ ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ; ນະໂຍບາຍ ແລະແຜນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ; ແຜນການລະດັບຊາດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...
ໄລຍະທີ 2 ຂອງໂຄງການຈະຜັນຂະຫຍາຍແຕ່ປີ 2023 ຮອດປີ 2028, ໂດຍມຸ່ງໄປເຖິງການປັບປຸງລະບອບລະບຽບການ, ນະໂຍບາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ໃຫ້ສົມບູນແບບ, ເພີ່ມທະວີຄວາມສາມາດຕ້ານທານຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ອະນຸລັກຮັກສາຊີວະນາໆພັນ…
ໂດຍ: ທູຈາງ