ວັນທີ 7 ສິງຫາ, ກຸ່ມບໍລິສັດເຕັກໂນໂລຊີທົ່ວໂລກຂອງເຢຍລະມັນ SAP ໄດ້ປະກາດການສ້າງຕັ້ງ ແລະເຄື່ອນໄຫວຢ່າງເປັນທາງການສູນຄົ້ນຄວ້າ ແລະພັດທະນາ SAP Labs ຫວຽດນາມ ດ້ວຍແຜນການລົງທຶນກວ່າ 150 ລ້ານເອີໂຣໃນ 5 ປີຕໍ່ໜ້າ. ສູນດັ່ງກ່າວຕັ້ງຢູ່ເມືອງໄຊງ່ອນ, ນະຄອນໂຮ່ຈີມິນ, ແລະແມ່ນສູນທີ 2 ຂອງ SAP ຢູ່ອາຊີຕາເວັນອອກສຽງໃຕ້ (ຖັດຈາກສິງກະໂປ).

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ້ຢຸງ ແລະບັນດາຜູ້ແທນປະຕິບັດພິທີເປີດການນໍາໃຊ້ສູນຄົ້ນຄວ້າ ແລະພັດທະນາ SAP Labs ຫວຽດນາມ. ພາບ: VGP

ກ່າວຄຳເຫັນທີ່ພິທີ, ທ່ານ Clas Neumann, ຮອງປະທານຂັ້ນສູງ, ຫົວໜ້າເຄືອຂ່າຍ SAP Labs ທົ່ວໂລກ ໄດ້ຕີລາຄາວ່າ: ນີ້ແມ່ນ “ຈຸດເວລາເໝາະສົມ” ເພື່ອລົງທຶນເຂົ້າຫວຽດນາມ ຍ້ອນມີບຸກຄະລາກອນດ້ານເຕັກໂນໂລຢີທີ່ອຸດົມສົມບູນ, ການໜູນຊ່ວຍຢ່າງແຂງແຮງຂອງລັດຖະບານໃນການປະດິດສ້າງ ແລະການຫັນເປັນດີຈີຕອນ, ມີລະບົບການສຶກສາ ແລະຮາກຖານທາງດ້ານວັດຖຸທີ່ດີ.

ດ້ວຍການສ້າງຕັ້ງສູນຄົ້ນຄວ້າ ແລະພັດທະນາ SAP Labs ຫວຽດນາມ, ຫວຽດນາມ ແມ່ນໜຶ່ງໃນ 20 ປະເທດໃນທົ່ວໂລກ ທີ່ SAP ລົງທຶນເຂົ້າສູນ R&D. ຜ່ານນັ້ນ, ໄດ້ເສີມຂະຫຍາຍຄຳໝັ້ນສັນຍາຂອງ SAP ໃນການເພີ່ມທະວີຄວາມສາມາດດ້ານດິີຈີຕອນຂອງຫວຽດນາມ ແລະນໍາຫວຽດນາມ ກາຍເປັນຕະຫຼາດເຕັກໂນໂລຢີແຖວໜ້າໃນພາກພື້ນ. ສູນນີ້ຈະສວມບົດບາດສໍາຄັນໃນການສະໜັບສະໜູນການພັດທະນາຜະລິດຕະພັນຂອງ SAP, ໂດຍສະເພາະໃນຂົງເຂດຫຼັກ ເຊັ່ນ: ລະບົບຕ່ອງໂສ້ການສະໜອງດີຈີຕອນແບບຍືນຍົງ ແລະການແກ້ໄຂວິສາຫະກິດທີ່ສະຫຼາດປະສົມປະສານກັບປັນຍາປະດິດ.

ໂດຍ: ໄຊນີດາ