ຢູ່ບ້ານນາຊູ, ຕາແສງ ເຕ່ຍຢິງ, ມີ 2 ຈຸດທີ່ມີຄວາມສ່ຽງເກີດດິນເຈື່ອນສູງ, ຂົ່ມຂູ່ 6 ຄອບຄົວ. ຝົນຕົກກໍ່ສົ່ງຜົນສະທ້ອນຕໍ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົກຕົກນໍ້າຖ້ວມຂອງບັນກາກໍາລັງ.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງດ້ຽນບຽນ ຊ່ວຍເຫຼືອປະຊາຊົນຢູ່ຕາແສງ ເຕ່ຍຢິງ ຍົກຍ້າຍຊັບສິນອອກຈາກເຂດທີ່ມີຄວາມສ່ຽງເກີດດິນເຈື່ອນສູງ. ພາບ: qdnd.vn
leftcenterrightdel
ທະຫານຊ່ວຍເຫຼືອປະຊາຊົນຢູ່ຕາແສງ ເຕ່ຍຢິງ, ແຂວງ ດ້ຽນບຽນ ຂົນສົ່ງຂີ້ຕົມທີ່ຕົກຄ້າງຫຼັງໄພນ້ຳຖ້ວມເປັນຈຳນວນຫຼວງຫຼາຍ. ພາບ: qdnd.vn

ໃນວັນດຽວກັນ, ກໍາລັງປະກອບອາວຸດທະຫານເຂດ 2 ຍັງຄົງຮັກສາພະນັກງານ, ນັກຮົບເກືອບ 900 ຄົນ ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ສືບຕໍ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຜົນຕົກນໍ້າຖ້ວມ, ລວມມີ: ກອງບັນຊາການທະຫານແຂວງດ້ຽນບຽນ ມີພະນັກງານ, ນັກຮົບ 410 ຄົນ; ກອງພັນໃຫຍ່ 82, ກອງພົນ 355 ມີພະນັກງານ, ນັກຮົບ 100 ຄົນ; ພະນັກງານ, ນັກຮົບທະຫານລາດຂອງບັນດາຕາແສງ 380 ຄົນ. ບັນດາກໍາລັງໄດ້ສຸມໃສ່ທໍາຄວາມສະອາດໂຮງຮຽນ 5 ແຫ່ງ ແລະເຮືອນຊານຂອງປະຊາຊົນຫຼາຍແຫ່ງ; ຊ່ວຍເຫຼືອປະຊາຊົນເສີມສ້າງເຮືອນຊານຕື່ມ; ໜູນຊ່ວຍ 6 ຄອບຄົວຢູ່ບ້ານນາຊູ, ຕາແສງ ເຕ່ຍຢິງ ຍົກຍ້າຍໄປຢູ່ບ່ອນປອດໄພ, ຍົກຍ້າຍເຮືອນຢູ່ອີກ 4 ຄອບຄົວ; ກວາດ ແລະຂົນສົ່ງດິນ, ຫີນ, ຂີ້ຕົມ, ຂີ້ເຫຍື້ອນັບຫຼາຍສິບແມັດກ້ອນ... ເພື່ອຊ່ວຍໃຫ້ປະຊາຊົນຢູ່ເຂດນໍ້າຖ້ວມ ມີຊີວິດການເປັນຢູ່ກັບມາສູ່ສະພາບປົກກະຕິ.

ໂດຍ: ທະນາພອນ