leftcenterrightdel
ພາບປະກອບ: thanhtra.com.vn

ລາຍການເພື່ອແນໃສ່ໂຄສະນາເຜີຍແຜ່ໃຫ້ແກ່ພະນັກງານ, ນັກຮົບໃນກົມກອງໃຫ້ມີຄວາມເຂົ້າໃຈຢ່າງພຽງພໍ, ເລິກເຊິ່ງກວ່າອີກກ່ຽວກັບທີ່ຕັ້ງ, ຂອບຂະໜາດ, ຄຸນຄ່າປະຫວັດສາດອັນໃຫຍ່ຫຼວງຂອງການປະຕິວັດເດືອນສິງຫາ ປີ 1945 ແລະການກຳເນີດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ພ້ອມກັນນັ້ນ, ສຶກສາອົບຮົມມູນເຊື້ອສ້າງສາ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ ກໍຄືຂອງກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ວິລະຊົນ. ຜ່ານນັ້ນ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ເຈດຈໍານົງເພິ່ງຕົນເອງ, ກຸ້ມຕົນເອງ, ຈິດໃຈແກ້ໄຂຄວາມຫຍຸ້ງຍາກ, ກຽມພ້ອມຮັບເອົາ ແລະປະຕິບັດສຳເລັດທຸກໜ້າທີ່ຂອງພະນັກງານ, ນັກຮົບ ເປັນຢ່າງດີ. ທີ່ລາຍການ, ບັນດາຜູ້ແທນໄດ້ຮັບຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ; ພົບປະແລກປ່ຽນກັບແຂກຖືກເຊີນຊື່ດັ່ງຫຼາຍຄົນ.

ໂດຍ: ທູຈາງ