leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 82, ກອງພົນ 355 (ທະຫານເຂດ 2) ຊ່ວຍເຫຼືອປະຊາຊົນຕາແສງເຕ່ຍຢິ່ງ, ແຂວງດ້ຽນບຽນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ. ພາບ: ຮ່າແຄ໊ງ
leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງດ້ຽນບຽນ ຊ່ວຍເຫຼືອຕາແສງຊາຢູງ ຟື້ນຟູເສັ້ນທາງຄົມມະນະຄົມ. ພາບ: ຮ່າແຄ໊ງ

ຕາມນັ້ນແລ້ວ, ກໍາລັງຂອງກອງບັນຊາການທະຫານແຂວງດ້ຽນບຽນ ໄດ້ກໍ່ສ້າງເຮືອນພັກຊົ່ວຄາວ 27 ຫຼັງ, ຍົກຍ້າຍຊັບສິນ, ສ້ອມແປງເຮືອນຊານ, ລ້າງຂີ້ຕົມ, ດິນຊ່ວຍເຫຼືອ 118 ຄອບຄົວ ແລະ 2 ໂຮງຮຽນ; ເຄື່ອນຍ້າຍເຮືອນ 7 ຫຼັງ, ສ້ອມແປງເສັ້ນທາງ 4 ກິໂລແມັດ, ບຸກເບີກຄອງ; ສົມທົບກັບປະຊາຊົນເປີດເສັ້ນທາງລະຫວ່າງບ້ານ 3 ກິໂລແມັດ.

ພະນັກງານ, ນັກຮົບກອງພັນໃຫຍ່ 82, ກອງພົນ 355 ສືບຕໍ່ສົມທົບກັບບັນດາກໍາລັງ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມຢູ່ບັນດາບ້ານ: ບ້ານສວຍລື 1, 2, 3 (ຕາແສງ ຊາຢູງ); ບ້ານປ່າວາດ 1, 2 (ຕາແສງເມ່ືອງລວນ) ແລະບ້ານເຕ່ຍມຸ່ງ, ຕາແສງເຕ່ຍຢິ່ງ, ແຂວງດ້ຽນບຽນ. ນີ້ແມ່ນບັນດາທ້ອງຖິ່ນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຍ້ອນໄພນ້ຳຖ້ວມທີ່ຜ່ານມາ.

ໂດຍ: ໄຊນີດາ