ໃນກອງປະຊຸມ ACL 2025 (Annual Meeting of the Association for Computational Linguistics ເຊິ່ງເປັນໜຶ່ງໃນບັນດາເວທີປາໄສທີ່ມີອິດທິພົນຊື່ສຽງທີ່ສຸດກ່ຽວກັບຈິດຕະວິທະຍາປະສາດສະໝອງ  - NLP) ຫາກໍ່ດຳເນີນຢູ່ ວຽນ, ໂອຕາລິດ, ສູນບໍລິການຂໍ້ມູນ ແລະ ປັນຍາປະດິດ Viettel (Viettel AI) ໄດ້ແນະນຳ ClaimPKG, ເຊິ່ງເປັນວິທີກວດກາຢັ້ງຢືນຂໍ້ມູນ ດ້ວຍ AI ທີ່ບັນລຸຄວາມຊັດເຈນສູງກວ່າເຖິງ 12% ເມື່ອທຽບໃສ່ບັນດາວິທີໃນປັດຈຸບັນ. ໝາກຜົນການທົດລອງດັ່ງກ່າວ ໄດ້ຊີ້ໃຫ້ເຫັນກຳລັງຄວາມສາມາດໝູນໃຊ້ຢ່າງແຮງຂອງ ClaimPKG ເຂົ້າໃນການຍົກສູງລະດັບໄວ້ວາງໃຈຂອງລະບົບ AI ກວດກາຢັ້ງຢືນຂໍ້ມູນຂ່າວສານໃນອະນາຄົດ.

leftcenterrightdel
ພາບປະກອບຈາກ vov.vn

ກ່ອນໜ້ານັ້ນ, ໃນກອງປະຊຸມ NAACL 2025, Viettel AI ກໍໄດ້ສ້າງຄວາມສົນໃຈດ້ວຍ VeGraph, ເຊິ່ງເປັນວິທີກວດກາຢັ້ງຢືນຂໍ້ມູນຂ່າວສານໂດຍອີງໃສ່ພື້ນຖານພູມປັນຍາແບບລາຍລັກອັກສອນ, ເຊັ່ນ: ບົດຂ່າວ, ເອກະສານທາງນິຕິກຳ… VeGraph ໄດ້ຮັບການຮັບຮູ້ລະດັບການປັບປຸງຄວາມຊັດເຈນແຕ່ 2 - 5% ເມື່ອທຽບໃສ່ວິທີອື່ນໆ.

ແຫຼ່ງຄັດຈາກ vovworld.vn