leftcenterrightdel
ການຫຸ້ມຫໍ່ກຸ້ງເພື່ອສົ່ງອອກ. ພາບ: ສໍານັກຂ່າວສານຫວຽດນາມ

7 ເດືອນຜ່ານມາ, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸເກືອບ 39,7 ຕື້ USD, ເພີ່ມຂຶ້ນ 14,7%; ມູນຄ່າສົ່ງອອກເກີນດຸນຂອງຜະລິດຕະພັນດັ່ງກ່າວບັນລຸ ກວ່າ 11,5 ຕື້ USD, ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕາມນັ້ນແລ້ວ, ກຸ່ມຜະລິດຕະພັນກະເສດ ສືບຕໍ່ນຳໜ້າດ້ວຍມູນຄ່າສົ່ງອອກ ຄາດວ່າບັນລຸເກືອບ 21,5 ຕື້ USD (ເພີ່ມຂຶ້ນ 17%), ຖັດມາແມ່ນຜະລິດຕະພັນເຄື່ອງປ່າຂອງດົງ ບັນລຸເກືອບ 10,4 ຕື້ USD (ເພີ່ມຂຶ້ນ 8,6%), ສິນໃນນ້ຳ ບັນລຸກວ່າ 6 ຕື້ USD (ເພີ່ມຂຶ້ນ 13,8%)… ອາຊີ ສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງຫວຽດນາມ, ເຊິ່ງກວມເອົາ 42,6% ມູນຄ່າທັງໝົດ, ຖັດມາແມ່ນບັນດາຕະຫຼາດທະວີບອາເມລິກາ ແລະເອີຣົບ. ສິ່ງທີ່ໜ້າສົນໃຈແມ່ນມູນຄ່າສົ່ງອອກໄປຍັງຕະຫຼາດເອີຣົບ ເພີ່ມຂຶ້ນເຖິງ 43,1% ເມື່ອທຽບໃສ່ໄລຍະດຽວກັນ.

ກ່ຽວກັບຕະຫຼາດ, ມີ 3 ຄູ່ຮ່ວມມືໃຫຍ່ສຸດແມ່ນ ອາເມລິກາ (ກວມເອົາ 21%) ຖັດມາແມ່ນ ຈີນ ແລະ ຍີ່ປຸ່ນ.

ແຫຼ່ງຄັດຈາກ vovworld.vn