ສຸມໃສ່ພັດທະນາຂະແໜງອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ
ກປ.ອອນໄລ - ຕອນເຊົ້າວັນທີ 4 ສິງຫາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນໍາໄຟຟ້າ (ຄະນະຊີ້ນຳ), ໄດ້ເປັນປະທານວາລະປະຊຸມ ຄັ້ງທີ 2 ຂອງຄະນະຊີ້ນໍາ ເພື່ອຕີລາຄາສະພາບການຜັນຂະຫຍາຍຂໍ້ສະຫຼຸບຂອງຄະນະຊີ້ນຳ ທີ່ວາລະປະຊຸມ ຄັ້ງທີ 1, ພ້ອມກັນນັ້ນ ວາງອອກໜ້າທີ່ຊຸກຍູ້ການພັດທະນາຂະແໜງເຄິ່ງຊັກນໍາໄຟຟ້າ ໃນໄລຍະຈະມາເຖິງ.
ທີ່ວາລະປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາການຜັນຂະຫຍາຍຍຸດທະສາດພັດທະນາອຸດສາຫະກຳເຄິ່ງຊັກນໍາໄຟຟ້າຢູ່ຫວຽດນາມ ແລະໂຄງການພັດທະນາຊັບພະຍາກອນມະນຸດຂະແໜງອຸດສາຫະກຳເຄິ່ງຊັກນໍາໄຟຟ້າ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2050.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃນໄລຍະຈະມາເຖິງ ຕ້ອງຍູ້ໄວການປະຕິບັດຍຸດທະສາດພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນໍາໄຟຟ້າ ແລະໂຄງການພັດທະນາຊັບພະຍາກອນມະນຸດຂະແໜງອຸດສາຫະກຳເຄິ່ງຊັກນໍາໄຟຟ້າ; ສູ້ຊົນຊ້າສຸດແມ່ນໃນປີ 2027, ຫວຽດນາມ ຕ້ອງເປັນເຈົ້າການໃນການອອກແບບ, ປະດິດສ້າງ, ທົດສອບຊິບເຄິ່ງຊັກນໍາໄຟຟ້າຈໍາເປັນ ຈໍານວນໜຶ່ງ.
    |
 |
ທ່ານ ຟ້າມມິງຈິ໊ງ ເປັນປະທານວາລາປະຊຸມ ຄັ້ງທີ 2 ຂອງຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການພັດທະນາຂະແໜງອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ. ພາບ: nhandan.vn |
ທ່ານນາຍົກລັດຖະມົນຕີ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ສຸມໃສ່ຜັນຂະຫຍາຍໜ້າທີ່, ມາດຕະການພັດທະນາຂະແໜງອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ ຕາມແຜນນະໂຍບາຍ, ການກໍານົດທິດຂອງລັດຖະບານ, ນາຍົກລັດຖະມົນຕີ ທີ່ໄດ້ວາງອອກ, ເປັນຕົ້ນແມ່ນໃນຍຸດທະສາດພັດທະນາອຸດສາຫະກຳເຄິ່ງຊັກນໍາໄຟຟ້າຫວຽດນາມ ຮອດປີ 2030 ແລະວິໄສທັດຮອດປີ 2050; ໂຄງການພັດທະນາຊັບພະຍາກອນມະນຸດຂະແໜງອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ ຮອດປີ 2030, ກໍານົດທິດຮອດປີ 2050; ຍູ້ແຮງການປະຕິບັດສໍາເລັດໜ້າທີ່ໃນປີ 2025 ເພື່ອສ້າງປະຖົມປັດໄຈຊຸກຍູ້ຂະແໜງເຄິ່ງຊັກນໍາໄຟຟ້າ, ໃຫ້ບັນລຸເປົ້າໝາຍແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງການກ່ອນປີ 2030.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຕ້ອງພັດທະນາລະບົບນິເວດອຸດສາຫະກຳເຄິ່ງຊັກນໍາໄຟຟ້າກວມລວມ, ຄົບຊຸດ, ຮອບດ້ານ, ແທດຈິງ ແລະມີປະສິດທິຜົນ; ປັບປຸງກົນໄກ, ນະໂຍບາຍ, ພິເສດແມ່ນກົນໄກ ແລະນະໂຍບາຍບຸລິມະສິດ, ແກ້ໄຂສິ່ງກີດຂວາງດ້ານພື້ນຖານໂຄງລ່າງ, ລະບອບລະບຽບການ, ບຸກຄະລາກອນ ດ້ວຍຈິດໃຈ “ລະບອບລະບຽບການທີ່ປອດໂປ່ງ, ພື້ນຖານໂຄງລ່າງທີ່ສະດວກ, ຜູ້ຄົນ ແລະການຈັດຕັ້ງປະຕິບັດຕ້ອງສະຫຼຽວສະຫຼາດ”.
ໂດຍ: ທູຈາງ