ວັນທີ 4 ສິງຫາ, ທະນາຄານພັດທະນາອາຊີ (ADB) ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ, ADB ແລະບໍລິສັດຫຸ້ນສ່ວນນ້ຳປະປາ ຖຸເຢົ່າໂມດ ໄດ້ລົງນາມໃນສັນຍາກູ້ຢືມມູນຄ່າ 6 ລ້ານໂດລາສະຫະລັດ ເພື່ອເປີດກວ້າງໂຮງງານບໍາບັດກັນຕອງນ້ຳປະປາເບົ່າບ່າງ, ເພື່ອຕອບສະໜອງຄວາມຕ້ອງການສະໜອງນ້ຳປະປາທີ່ນັບມື້ນັບເພີ່ມຂຶ້ນໃນສະພາບການເຕີບໂຕເສດຖະກິດ ແລະປະຊາກອນຢູ່ບັນດາເຂດອຸດສາຫະກໍາ ແລະເຂດຊຸມຊົນຢູ່ສ່ຽງເໜືອນະຄອນໂຮ່ຈີມິນ ຢ່າງວ່ອງໄວ. ຕາມນັ້ນແລ້ວ, ບ້ວງເງິນກູ້ຢືມນີ້ຈະໄດ້ຮັບການນຳໃຊ້ ເພື່ອເພີ່ມກຳລັງແຮງຂອງໂຮງງານຈາກ 30.000 ແມັດກ້ອນ/ວັນຄືນ ຂຶ້ນເປັນ 80.000ແມັດກ້ອນ/ວັນຄືນ.
ທ່ານ Shantanu Chakraborty, ຜູ້ອໍານວຍການແຫ່ງຊາດ ADB ປະຈໍາຫວຽດນາມ ເນັ້ນໜັກວ່າ: “ເລື່ອງເປີດກວ້າງໂຮງງານນໍ້າປະປາ ເບົ່າບ່າງ ມີຄວາມໝາຍຈໍາເປັນຕ້ອງໃນການຮັບປະກັນແຫຼ່ງນໍ້າສະອາດ ແລະໝັ້ນຄົງໃຫ້ແກ່ຊາວທ້ອງຖິ່ນ, ວິສາຫະກິດແຫ່ງຕ່າງໆໃນປະຈຸບັນ ກໍ່ຄື ນັກລົງທຶນທີ່ມີທ່າແຮງບົ່ມຊ້ອນທີ່ມີໜ້າຢູ່ເຂດເສດຖະກິດຈຸດສຸມພາກໃຕ້ຂອງຫວຽດນາມ. ໂຄງການນີ້ຈະໜູນຊ່ວຍຂະບວນການເຕີບໂຕເສດຖະກິດ, ສ້າງວຽກເຮັດງານທໍາ ແລະດຶງດູດການລົງທຶນໂດຍກົງຈາກຕ່າງປະເທດພວມດໍາເນີນຢູ່ຫວຽດນາມ”.
ໂດຍ: ທະນາພອນ
Type the code from the image