ວັນອາສາສະໝັກອາຊຽນ ຄັ້ງທຳອິດທີ່ຟົດຟື້ນ
ກປ.ອອນໄລ - ວັນອາສາສະໝັກອາຊຽນ 2024 ຢູ່ນະຄອນໂຮ່ຈີມິນ ໄດ້ເຊື່ອມຕໍ່ຊາວໜຸ່ມໃນພາກພື້ນ, ເຜີຍແຜ່ການເຄື່ອນໄຫວເພື່ອປະຊາຄົມ, ຊຸກຍູ້ການຮ່ວມມືອາສາສະໝັກສາກົນ.
ວັນອາສາສະໝັກອາຊຽນ ຄັ້ງທຳອິດດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ໝາກຫົວໃຈ, ເຜີຍແຜ່ການເຄື່ອນໄຫວຂ້າມພູມີສາດ” ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ, ຢູ່ມະຫາວິທະຍາໄລການຄ້າຕ່າງປະເທດ, ສາຂາ II (ນະຄອນໂຮ່ຈິີມິນ).
ເຫດການດັ່ງກ່າວເປັນຈຸດເດັ່ນໃນການເຄື່ອນໄຫວອາສາສະໝັກລະດູຮ້ອນຂອງຊາວໜຸ່ມນະຄອນໂຮ່ຈີມິນ, ດ້ວຍການເຂົ້າຮ່ວມຂອງນັກສຶກສາ ແລະຊາວໜຸ່ມອາສາສະໝັກສາກົນປະມານ 200 ຄົນທີ່ມາຈາກກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ໄທ ແລະອາເມລິກາ.
    |
 |
ບັນດາຜູ້ແທນ ແລະອາສາສະໝັກຂອງບັນດາປະເທດອາຊຽນ ເຂົ້າຮ່ວມພິທີເປີດສະຫຼອງວັນອາສາສະໝັກ ອາຊຽນ ຄັ້ງທີ I - 2025. ພາບ: ຄະນະຊາວໜຸ່ມນະຄອນໂຮ່ຈີມິນ |
ໃນຂອບເຂດວັນບຸນ, ດໍາເນີນລາຍການສົນທະນາ "Panel Discussion - Local Changemakers". ຜູ້ຊ່ຽວຊານຂອງບັນດາປະເທດໃນອາຊຽນ ໄດ້ປຶກສາຫາລືກ່ຽວກັບບົດບາດຂອງຊາວໜຸ່ມໃນກົນໄກຮ່ວມມືພາກພື້ນ; ທ່າອ່ຽງອາສາສະໝັກຕິດພັນກັບບັນດາຂົງເຂດສິ່ງແວດລ້ອມ, ວັດທະນະທໍາ, ການສຶກສາ, ຫັນປ່ຽນດີຈີຕອນ ແລະເລີ່ມທຸລະກິດ. ຢູ່ທີ່ນີ້, ຫຼາຍຜົນງານ ແລະຮູບແບບພົ້ນເດັ່ນຂອງຫວຽດນາມ ແລະບັນດາປະເທດໄດ້ແບ່ງປັນ, ເປີດອອກກາລະໂອກາດຮ່ວມມືແທດຈິງໃນອະນາຄົດ.
ກ່ອນໜ້ານັ້ນ, ໃນຂອບເຂດຍຸດທະສາດອາສາສະໝັກລະດູຮ້ອນສີຂຽວ ຄັ້ງທີ 32 ດໍາເນີນຢູ່ນະຄອນໂຮ່ຈີມິນ, ບັນດານັກອາສາສະໝັກສາກົນໄດ້ພ້ອມກັບຊາວໜຸ່ມຂອງນະຄອນເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍ; ຈັດຕ້ັງຫ້ອງຮຽນພາສາອັງກິດລະດູຮ້ອນ; ອະນາໄມສິ່ງແວດລ້ອມ; ໜູນຊ່ວຍບໍລິການສາທາລະນະໃຫ້ແກ່ປະຊາຊົນ; ຢ້ືຢາມຖາມຂ່າວຄອບຄົວນະໂຍບາຍ ແລະຈູດທູບທຽນສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ).
ໂດຍ: ໄຊນີດາ