ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ Ranjeet Mehta, ເລຂາທິການໃຫຍ່ ທັງເປັນ CEO ຂອງ PHDCCI ໃຫ້ຮູ້ວ່າ ບັນດາວິສາຫະກິດອິນເດຍ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນໃນການແລກປ່ຽນການຄ້າອັນໃຫຍ່ຫຼວງໃນຂົງເຂດກະສິກຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ ແລະ robotic. ການພົບປະແລກປ່ຽນໂດຍກົງລະຫວ່າງບັນດາວິສາຫະກິດຄັ້ງນີ້ສວມບົດບາດສຳຄັນໃນການຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ.
ທີ່ກອງປະຊຸມສໍາມະນາ, ທ່ານ ເລຮົ່ງມິງ ຜູ້ອໍານວຍການສູນສົ່ງເສີມການລົງທຶນອຸດສາຫະກໍາ ແລະການຄ້າຫວຽດນາມ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ສະເໜີບາງເນື້ອໃນແນໃສ່ເພີ່ມທະວີການຮ່ວມມືລະຫວ່າງວິສາຫະກິດຂອງສອງປະເທດ: ສອງປະເທດຄວນໝູນໃຊ້ກາລະໂອກາດໃນສັນຍາຮ່ວມມືດ້ານການຄ້າເສດຖະກິດລະຫວ່າງ ຫວຽດນາມ-ອິນເດຍ, ສັນຍາການຄ້າການບໍລິການລະຫວ່າງອາຊຽນ ແລະອິນເດຍ ຢ່າງສຸດຂີດ; ເພີ່ມທະວີ ແລະຍົກສູງຄວາມສາມາດສົ່ງເສີມການຄ້າດ້ວຍການໝູນໃຊ້ເຕັກໂນໂລຢີຂໍູ້ນຂ່າວສານ ແລະຫັນເປັນດີຈີຕອນ; ສົມທົບກັນໜູນຊ່ວຍຜັນຂະຫຍາຍການເຄື່ອນໄຫວສົ່ງເສີມການລົງທຶນຕາມລະບົບສະໜອງຈາກຂອດພັດທະນາຜະລິດຕະພັນ, ສົ່ງເສີມການລົງທຶນ, ກໍ່ສ້າງ, ພັດທະນາເຄື່ອງໝາຍການຄ້າ, ພັດທະນາຕະຫຼາດສົ່ງອອກ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ອັບເດັດນະໂຍບາຍດ້ານການຄ້າ, ການລົງທຶນໃຫ້ກັນ, ສ້າງກົນໄກແລກປ່ຽນ, ຮ່ວມມື, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການພົວພັນພົບປະແລກປ່ຽນການຮ່ວມມືໃນຫຼາຍຂົງເຂດລະຫວ່າງຝ່າຍຕ່າງໆໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ...
    |
 |
ທ່ານ ບຸ່ຍຈູງເທື໊ອງ ທູດການຄ້າຫວຽດນາມ ປະຈໍາອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ ບຸ່ຍຈູງເທື໊ອງ ທູດການຄ້າຫວຽດນາມ ປະຈໍາ ອິນເດຍ ໃຫ້ຮູ້ວ່າ ກອງປະຊຸມສໍາມະນາໄດ້ສະແດງໃຫ້ເຫັນການຜັນຂະຫຍາຍໝາກຜົນການຢ້ຽມຢາມອິນເດຍ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າລະຫວ່າງສອງປະເທດໃຫ້ຂຶ້ນເປັນ 20 ຕື້ ໂດລາສະຫະລັດ ໃນປີ 2030.
ຕາມທ່ານແລ້ວ, ມີວິສາຫະກິດຫວຽດນາມ ເກືອບ 30 ແຫ່ງທີ່ເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ຕາງໜ້າໃຫ້ແກ່ບັນດາຂະແໜງການຫຼັກແຫຼ່ງທີ່ມີແງ່ຫວັງເຕີບໂຕຢູ່ຕະຫຼາດອິນເດຍ, ລວມມີອາຫານປຸງແຕ່ງ, ອຸດສາຫະກຳເບົາ, ຜະລິດຕະພັນກະເສດ, ເຊັ່ນ: ເຄື່ອງເທດ, ໝາກພິກໄທ, ກາເຟ, ເອເລັກໂຕນິກ ແລະຕໍ່າແຜ່ນຕັດຫຍິບ.
ການແລກປ່ຽນໂດຍກົງທີ່ກອງປະຊຸມສໍາມະນາໄດ້ນໍາມາເຊິ່ງກາລະໂອກາດທີ່ສໍາຄັນເພື່ອເຊື່ອມຕໍ່, ຂຸດຄົ້ນການພົວພັນຄູ່ຮ່ວມມືທີ່ມີຄວາມສາມາດບ່ົມຊ້ອນ ແລະສ້າງພື້ນຖານໃຫ້ການຮ່ວມມືເປີດກວ້າງ. ຄຽງຂ້າງນັ້ນ, ກອງປະຊຸມສໍາມະນາຍັງແມ່ນໂອກາດເພື່ອຊ່ວຍບັນດາວິສາຫະກິດເພີ່ມທະວີຄວາມເຂົ້າໃຈກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງກັນ ແລະສ້າງເສັ້ນທາງເຕີບໂຕແບບຍືນຍົງ.
ໂດຍ: ທູຈາງ