Bloomberg: ຫວຽດນາມ ມີລະດັບເຕີບໂຕດ້ານການທ່ອງທ່ຽວທີ່ລື່ນກາຍຢູ່ອາຊີຕາເວັນອອກສ່ຽງໃຕ້
Bloomberg ໄດ້ຄັດສະເໜີຂໍ້ມູນຕົວເລກໂດຍຊີ້ໃຫ້ເຫັນວ່າ, ລະດັບເຕີບໂຕດ້ານການທ່ອງທ່ຽວຂອງຫວຽດນາມ ລື່ນກາຍຢ່າງເຫັນໄດ້ຊັດ.
ສຳນັກຂ່າວສານ Bloomberg ຫາກໍ່ລົງບົດຂຽນໄຈ້ແຍກ ແລະອະທິບາຍກ່ຽວກັບບັນດາປັດໄຈເພື່ອນຳຫວຽດນາມ ກາຍເປັນປະເທດນຳໜ້າກ່ຽວກັບລະດັບເຕີບໂຕດ້ານການທ່ອງທ່ຽວຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
Bloomberg ໄດ້ຄັດສະເໜີຂໍ້ມູນຕົວເລກໂດຍຊີ້ໃຫ້ເຫັນວ່າ, ລະດັບເຕີບໂຕດ້ານການທ່ອງທ່ຽວຂອງຫວຽດນາມ ລື່ນກາຍຢ່າງເຫັນໄດ້ຊັດ. ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍອັນດັບທີ 3 ຢູ່ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຈຳນວນແຂກທ່ອງທ່ຽວມາຢ້ຽມຢາມຫວຽດນາມ ໃນປີ 2024 ແມ່ນ 17,6 ລ້ານເທື່ອຄົນ, ລື່ນກາຍສິງກະໂປ; ແລະປະຈຸບັນພຽງຖັດຈາກ ໄທ ແລະມາເລເຊຍ. ຈຳນວນແຂກທ່ອງທ່ຽວທີ່ໜ້າປະທັບໃຈດັ່ງກ່າວໄດ້ປະກອບສ່ວນຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດນຳໜ້າພາກພື້ນກ່ຽວກັບລະດັບການຟື້ນຟູຂະແໜງທ່ອງທ່ຽວເມື່ອທຽບໃສ່ປີ 2019. Bloomberg ຕີລາຄາວ່າ, ຫວຽດນາມ ຟື້ນຟູການເຄື່ອນໄຫວດ້ານການທ່ອງທ່ຽວໄດ້ 98% ແລ້ວ, ລື່ນກາຍຫຼາຍເມື່ອທຽບໃສ່ບັນດາປະເທດບ້ານໃກ້ເຮືອນຄຽງ. ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມ ໃນ 2 ເດືອນຕົ້ນປີ 2025 ແມ່ນເກືອບ 4 ລ້ານເທື່ອຄົນ. ຕົວເລກດັ່ງກ່າວເພີ່ມຂຶ້ນ 30,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ