ຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ: ເສດຖະກິດເອກະຊົນ, ກຳລັງໜູນສຳຄັນທີ່ສຸດເພື່ອພັດທະນາເສດຖະກິດ
ປັດຈຸບັນ, ຂົງເຂດເສດຖະກິດເອກະຊົນມີວິສາຫະກິດກວ່າ 940.000 ແຫ່ງ ແລະກວ່າ 5 ລ້ານຄອບຄົວດຳເນີນທຸລະກິດພວມເຄື່ອນໄຫວ, ປະກອບສ່ວນປະມານ 51% GDP, ກວ່າ 30% ຍອດລາຍຮັບງົບປະມານແຫ່ງລັດ, ກວ່າ 30% ຍອດວົງເງິນການສົ່ງອອກ, ເກືອບ 60% ຍອດເງິນລົງທຶນທົ່ວສັງຄົມ, 82% ຍອດຈຳນວນແຮງງານໃນພື້ນຖານເສດຖະກິດ.
    |
 |
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: chinhphu.vn |
ຕອນບ່າຍວັນທີ 24 ມີນາ, ຢູ່ສຳນັກງານນາຍົກລັດຖະມົນຕີ ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຈີຢຸງ ໄດ້ຈັດການປະຊຸມປຶກສາຫາລືກັບບັນດາກະຊວງ, ຂະແໜງການກ່ຽວກັບການສ້າງແຜນຮ່າງພັດທະນາພື້ນຖານເສດຖະກິດເອກະຊົນ. ປັດຈຸບັນ, ຂົງເຂດເສດຖະກິດເອກະຊົນ ມີວິສາຫະກິດກວ່າ 940.000 ແຫ່ງ ແລະກວ່າ 5 ລ້ານຄອບຄົວດຳເນີນທຸລະກິດ ພວມເຄື່ອນໄຫວ, ປະກອບສ່ວນປະມານ 51% GDP, ກວ່າ 30% ຍອດລາຍຮັບງົບປະມານແຫ່ງລັດ, ກວ່າ 30% ຍອດວົງເງິນການສົ່ງອອກ, ເກືອບ 60% ຍອດເງິນລົງທຶນທົ່ວສັງຄົມ, 82% ຍອດຈຳນວນແຮງງານໃນພື້ນຖານເສດຖະກິດ.
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຢັ້ງຢືນວ່າ ພື້ນຖານເສດຖະກິດເອກະຊົນ ແມ່ນກຳລັງໜູນສຳຄັນເພື່ອພັດທະນາເສດຖະກິດ. ຕ້ອງສືບຕໍ່ມີບັນດາມາດຕະການເພື່ອແນໃສ່ປ່ຽນແປງໃໝ່ຈິນຕະນາການ, ສ້າງຄວາມເຫັນດີເປັນເອກະພາບກ່ຽວກັບຄວາມຮັບຮູ້, ປຸກລຸກຄວາມໄວ້ເນື້ອເຊື່ອໃຈ, ສ້າງກຳລັງໜູນໃໝ່, ບັນຍາກາດໃໝ່ເພື່ອພັດທະນາເສດຖະກິດເອກະຊົນ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຜນຮ່າງຕ້ອງສ້າງການກະຕຸກຊຸກຍູ້ໃຫ້ແກ່ພື້ນຖານເສດຖະກິດເອກະຊົນ, ລຸລ່ວງຈຸດອຸດຕັນ, ປົດປ່ອຍແຫຼ່ງກຳລັງ, ສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອໃຫ້ວິສາຫະກິດເອກະຊົນພັດທະນາ, ສ້າງຄວາມຫ້າວຫັນເພື່ອໃຫ້ວິສາຫະກິດເຂົ້າຮ່ວມຕະຫຼາດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນທີ່ມີປະສິດທິຜົນໃຫ້ແກ່ພື້ນຖານເສດຖະກິດ, ພິເສດແຜນຮ່າງຕ້ອງມີລັກສະນະກຳທະ, ມີຄວາມເປັນໄປໄດ້, ຖືກຕ້ອງ, ຖືກເປົ້າ, ບຸກທະລຸ, ມີກຳລັງແຮງຢ່າງພຽງພໍ ແລະຕ້ອງຜັນຂະຫຍາຍ ພາຍຫຼັງໄດ້ຮັບການປະກາດໃຊ້ຢ່າງທັນທີ.
ແຫຼ່ງຄັດຈາກ: vovworld.vn