ຊຸກຍູ້ການຮ່ວມມື, ລົງທຶນເຂົ້າຂົງເຂດເຄິ່ງຊັກນຳໄຟຟ້າ ຫວຽດນາມ
ກປ.ອອນໄລ - ຫວຽດນາມ ພວມກາຍເປັນສະຖານທີ່ສຳຄັນໃຫ້ແກ່ບັນດາບ້ວງເງິນລົງທຶນເຂົ້າໃນການປ່ຽນແປງໃໝ່, ຜະລິດ ແລະເຄິ່ງຊັກນຳໄຟຟ້າຢ່າງໄວວາ, ໂດຍໄດ້ຮັບການໜູນຊ່ວຍຈາກບັນດາຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການປັບປຸງ ກໍ່ຄືການກຳນົດຍຸດທະສາດຂອງຫວຽດນາມ ໃນລະບົບສະໜອງພາກພື້ນ.
ວັນທີ 24 ມີນາ, ຫ້ອງການການຄ້າຫວຽດນາມ ປະຈຳ ສິງກະໂປ ໄດ້ສົມທົບກັບສະຫະສະມາຄົມອຸດສາຫະກຳເຄິ່ງຊັກນຳໄຟຟ້າ ສິງກະໂປ (SSIA) ຈັດກອງປະຊຸມສຳມະນາເພື່ອແນໃສ່ແນະນຳຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຍຸດທະສາດພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ.
    |
 |
ທ່ານ Ang Wee Seng ຜູ້ອຳນວຍການຝ່າຍບໍລິຫານ SSIA ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ Ang Wee Seng ຜູ້ອຳນວຍການຝ່າຍບໍລິຫານ SSIA ໃຫ້ຮູ້ວ່າ ຫວຽດນາມ ພວມກາຍເປັນສະຖານທີ່ສຳຄັນໃຫ້ແກ່ບັນດາບ້ວງເງິນລົງທຶນເຂົ້າໃນການປ່ຽນແປງໃໝ່, ຜະລິດ ແລະເຄິ່ງຊັກນຳໄຟຟ້າ ຢ່າງໄວວາ, ໂດຍໄດ້ຮັບການໜູນຊ່ວຍຈາກບັນດາຄຳໝັ້ນສັນຍາຢ່າງແຮງຂອງລັດຖະຍານ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ໄດ້ຮັບການປັບປຸງ ກໍ່ຄືການກຳນົດຍຸດທະສາດຂອງຫວຽດນາມ ໃນລະບົບສະໜອງພາກພື້ນ. ຫວຽດນາມ ພວມດຶງດູດຄວາມສົນໃຈທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວລະບົບມູນຄ່າເຄິ່ງຊັກນຳໄຟຟ້າ, ນັບແຕ່ການອອກແບບຕະຫຼອດຮອດກການຕິດຕັ້ງ, ທົດລອງ ແລະຫຸ້ມຫໍ່.
ບັນດາຜະລິດຕະພັນຜະລິດເອເລັກໂຕນິກ ແລະເຕັກໂນໂລຢີພວມມີການພັດທະນາຢ່າງແຮງ ຢູ່ຫວຽດນາມ ພວມຊຸກຍູ້ຄວາມຕ້ອງການກ່ຽວກັບເຄິ່ງຊັກນຳໄຟຟ້າ. ກ່ຽວກັບການກຳນົດທິດພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າໃນໄລຍະຈະມາເຖິງ, ທ່ານ ກາວຊວນທັ້ງ ທີ່ປຶກສາຝ່າຍການຄ້າຫວຽດນາມ ປະຈຳ ສິງກະໂປ ຖືວ່າ ບັນດາວິສາຫະກິດ ຫວຽດນາມ ພວມສຸມໃສ່ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃນຂົງເຂດເຕັກນິກເຄິ່ງຊັກນຳໄຟຟ້າ, ສຸມໃສ່ຄົ້ນຄວ້າພັດທະນາວັດຖຸອຸປະກອນເອເລັກໂຕນິກລຸ້ນໃໝ່ສະສົມຊິບໃຊ້ງານສະເພາະ, ຊິບ AI, ເພີ່ມທະວີການຮ່ວມມືສາກົນ ແລະດຶງດູດເງິນລົງທຶນຈາກບັນດາກຸ່ມບໍລິສັດເຄິ່ງຊັກນຳໄຟຟ້າໃຫຍ່ຂອງໂລກ, ຜ່ານນັ້ນກໍ່ຮ່ຳຮຽນເອົາບົດຮຽນປະສົບການພັດທະນາ ແລະຖ່າຍທອດເຕັກໂນໂລຢີທີ່ກ້າວໜ້າ, ຊຸກຍູ້ການລົງທຶນເຂົ້າພື້ນຖານໂຄງລ່າງເຕັກໂນໂລຢີເພື່ອຕອບສະໜອງບັນດາເປົ້າໝາຍຂອງຍຸດທະສາດພັດທະນາຂະແໜງ.
ໂດຍ: ກວຽດເຕິມ