ທີ່ການໂອ້ລົມສົນທະນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມກັບການນຳຂອງບັນດາກະຊວງ, ຂະແໜງການໄດ້ຕອບຄຳຖາມໂດຍກົງຂອງຊາວໜຸ່ມກ່ຽວກັບຫຼາຍຂົງເຂດສຳຄັນ, ມີລັກສະນະຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລວມມີ: ການເລີ່ມດໍາເນີນທຸລະກິດປະດິດຄິດສ້າງ; ການພັດທະນາວິທະຍາສາດພື້ນຖານ; ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີ (AI, ເຄິ່ງຊັກນໍາໄຟຟ້າ); ນະໂຍບາຍດຶງດູດ ແລະຮັກສາຜູ້ມີຄວາມເກັ່ງກ້າສາມາດ... ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ນີ້ແມ່ນບັນດາຂົງເຂດທີ່ກຳລັງຊາວໜຸ່ມສວມບົດບາດສຳຄັນໃນການຫັນຄວາມມຸ່ງມາດປາດຖະໜາ ເຊິ່ງ ຫວຽດນາມ ໄດ້ວາງອອກໃນສັງກາດພັດທະນາໃໝ່ຂອງຊາດໃຫ້ປະກົດຜົນເປັນຈິງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເຂົ້າຮ່ວມລາຍການໂອ້ລົມສົນທະນາກັບຊາວໜຸ່ມ. ພາບ: qdnd.vn

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຊາວໜຸ່ມຫວຽດນາມ ເສີມຂະຫຍາຍຈິດໃຈປະຈັນບານ, ປະດິດສ້າງດ້ວຍ “5 ເປັນເຈົ້າການ” ໃນການພັດທະນາວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ. ນັ້ນແມ່ນການເປັນເຈົ້າການໃນການຮ່ຳຮຽນ, ຄົ້ນຄ້ວາວິທະຍາສາດ, ໝູນໃຊ້ເຕັກໂນໂລຢີ, ຫັນປ່ຽນດີຈີຕອນ; ເປັນເຈົ້າການປະກອບຄຳເຫັນ, ເຂົ້າຮ່ວມການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະເລີ່ມດໍາເນີນທຸລະກິດ; ເປັນເຈົ້າການຄຸ້ມຄອງສະຫຼາດ ແລະປະຕິບັດວຽກງານ ໃຫ້ບັນລຸປະສິດທິຜົນສູງສຸດ. ເປັນເຈົ້າການໃນການເລີ່ມດໍາເນີນທຸລະກິດ; ປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ; ເປັນເຈົ້າການໃນການພົບປະແລກປ່ຽນ ແລ ເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ແທນ ໂອ້ລົມສົນທະນາກັບຊາວໜຸ່ມ. ພາບ: qdnd.vn

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: “ຊາວໜຸ່ມຫວຽດນາມ ໄດ້ເວົ້າແມ່ນຕ້ອງເຮັດ, ໄດ້ໃຫ້ຄໍາໝັ້ນສັນຍາແມ່ນຕ້ອງປະຕິບັດ, ໄດ້ມານະພະຍາຍາມແລ້ວແມ່ນຕ້ອງມານະພະຍາຍາມຫຼາຍກວ່າອີກ, ໄດ້ເດັດດ່ຽວຂ້ຽວຂາດແລ້ວ ແມ່ນຕ້ອງເດັດດ່ຽວຂ້ຽວຂາດຫຼາຍກວ່າອີກ, ໄດ້ປະຈັນບານແລ້ວ ແມ່ນຕ້ອງປະຈັນບານຫຼາຍກວ່າອີກ. ການພັດທະນາວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ ບໍ່ພຽງແຕ່ແມ່ນໜ້າທີ່ເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອໃຫ້ຊາວໜຸ່ມສະແດງໃຫ້ເຫັນຄຸນນະທາດ, ສະຕິປັນຍາ, ຄວາມມຸ່ງມາດປາດຖະໜາຢາກອຸທິດສ່ວນ ເພື່ອສ້າງສາປະເທດຊາດ ໃຫ້ພັດທະນາຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ”.

ເພື່ອເສີມຂະຫຍາຍຈິດໃຈອາສາສະໝັກ, ປະຈັນບານຂອງໄວໜຸ່ມ ໃນການພັດທະນາວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທີ່ຕັ້ງຂອງຊາວໜຸ່ມເປັນຊັບພະຍາກອນສຳຄັນ ແລະຖັນແຖວປະຈັນບານ ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ ຢ່າງໜັກແໜ້ນ, ຜ່ານນັ້ນສືບຕໍ່ຄົ້ນຄວ້າ, ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນແບບ ແລະສ້າງສະພາບແວດລ້ອມສະດວກ,  ມີຄວາມດຶງດູດ, ສົ່ງເສີມຊາວໜຸ່ມ ເຂົ້າຮ່ວມວິວັດການພັດນະທາວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະຫັນເປັນດີຈີຕອນແຫ່ງຊາດ, ເປັນຕົ້ນແມ່ນກົນໄກພິເສດ ເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດ.

ໂດຍ: ທູຈາງ