ທີ່ພິທີ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ໂດຍແມ່ນຜູ້ທີ່ເປັນເຈົ້າຂອງອະນາຄົດຂອງປະເທດຊາດ, ສະນັ້ນ ຊາວໜຸ່ມຫວຽດນາມ ຕ້ອງປະຕິບັດ “3 ປະຈັນບານ” ແລະ “6 ຈຸດສຸມ”, ພ້ອມກັບທົ່ວປະເທດ ກະກຽມເຂົ້າສູ່ສັງກາດໃໝ່. ນັ້ນແມ່ນ: ປະຈັນບານກ່ຽວກັບຈິນຕະນາການປ່ຽນແປງໃໝ່ ແລະວິໄສທັດຍຸດທະສາດ, ເບິ່ງກວ້າງມອງໄກ, ຄິດເລິກ, ເຮັດໃຫຍ່”; ຖືເວລາເປັນສໍາຄັນ, ພູມປັນຍາ ແລະການຕັດສິນໃຈຢ່າງເດັດຂາດ, ຖືກເວລາດ້ວຍກໍາລັງປະດິດສ້າງ ແລະການອຸທິດແມ່ນບໍ່ມີຂີດຈໍາກັດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຊົມເຊີຍບັນດາແບບຢ່າງໜຸ່ມຫວຽດນາມ ດີເດັ່ນ ແລະແບບຢ່າງໜຸ່ມຫວຽດນາມ ຜູ້ທີ່ມີແງ່ຫວັງ ປີ 2024. ພາບ: ສໍານັກຂ່າວສານຫວຽດນາມ

ຕໍ່ໄປແມ່ນປະຈັນບານພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກໍາ ແລະຫັນປ່ຽນດີຈີຕອນແຫ່ງຊາດ; ສ້າງກິດຈະກຳ, ຜະລິດຕະພັນທີ່ມີລັກສະນະບຸກທະລຸ, ຊຸກຍູ້ເພີ່ມສະມັດຕະພາບແຮງງານ, ສ້າງ “ສະຕາດອັບໃໝ່” ຂອງຫວຽດນາມ. ທີສາມ, ແມ່ນປະຈັນບານໃນການຫັນຄວາມສີວິໄລຂອງມວນມະນຸດທີ່ເຂົ້າມາຫວຽດນາມ ເປັນຂອງຊົນຊາດ ແລະຫັນພື້ນຖານວັດທະນະທໍາທີ່ກ້າວໜ້າເປັນສາກົນ, ເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດຫວຽດນາມ ອອກສູ່ໂລກ.

ພ້ອມກັນນັ້ນ, ຊາວໜຸ່ມຕ້ອງສຸມໃສ່ 6 ຈຸດສຸມ, ໃນນັ້ນມີການຊຸກຍູ້ການເຕີບໂຕ, ຕັ້ງໜ້າເຂົ້າຮ່ວມລາຍການ “ຮ່ວມເດີນທາງກັບຊາວໜຸ່ມເລີ່ມທຸລະກິດ, ສ້າງອາຊີບ”; ສຸມໃສ່ປະຕິບັດຄວາມຍຸຕິທໍາ, ກ້າວໜ້າໃນສັງຄົມ, ຮັບປະກັນສະຫວັດດີການສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ; ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ; ກຽມພ້ອມອຸທິດຕົນ, ເສຍສະຫຼະເພື່ອຊາດ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນຂອງປະເທດໄວ້ໃຫ້ໝັ້ນຄົງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ແລະທ່ານ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ມອບລາງວັນແບບຢ່າງໜຸ່ມຫວຽດນາມ ທີ່ດີເດ່ັນ ແລະແບບຢ່າງໜຸ່ມຫວຽດນາມ ຜູ້ທີ່ມີແງ່ຫວັງໃຫ້ບັນດາບຸກຄົນ. ພາບ: ສໍານັກຂ່າວສານຫວຽດນາມ

ຄາດວ່າ ໃນຕອນບ່າຍວັນທີ 24 ມີນາ, ທ່ານ ຟ້າມມິງຈິ໊ງ ຈະພົບປະກັບຊາວໜຸ່ມໃນລາຍການ “ນາຍົກລັດຖະມົນຕີ ພົບປະກັບຊາວໜຸ່ມ” ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ.

ໂດຍ: ໄຊນີດາ