ພິທີລົງນາມພາຍໃຕ້ການເປັນສັກຂີພິຍານຂອງທ່ານ Hon Jenny McAllister, ຮອງລັດຖະມົນຕີຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະພະລັງງານກັບທ່ານ ຫງວຽນສິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ.

ບົດບັນທຶກຊ່ວຍຈໍາສະບັບນີ້ໄດ້ສ້າງຂຶ້ນໂດຍອີງໃສ່ການເຄື່ອນໄຫວປະຈຸບັນໄດ້ພັດທະນາພາຍໃຕ້ໂຄງການຮ່ວມມືດ້ານພື້ນຖານໂຄງລ່າງ (P4I), ໂຄງການສອງຝ່າຍ ແລະໂຄງການພາກພື້ນອື່ນໆເພື່ອໜູນຊ່ວຍ: ການພັດທະນາຕະຫຼາດໄຟຟ້າຂາຍຍ່ອຍທີ່ມີການແກ່ງແຍ້ງແຂ່ງຂັນ, ພິຈາລະນາ ແລະຍົກອອກຂໍ້ສະເໜີຢ່າງແທດຈິງກ່ຽວກັບກອບນິຕິກໍາ ແລະກົນໄກຄຸ້ມຄອງລະບົບສາຍສົ່ງ ແລະຈຳໜ່າຍຕາໜ່າງພາກສ່ວນຕ່າງໆໃນຕະຫຼາດຂາຍຍ່ອຍທີ່ມີລັກສະນະແກ່ງແຍ້ງແຂ່ງຂັນ...

leftcenterrightdel
ບັນຍາກາດທີ່ພິທີລົງນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ອົດສະຕາລີ ມີສິ່ງທ້າທາຍ ແລະມີຄວາມຄາດຫວັງທີ່ຄ້າຍຄືກັນໃນການຮັບປະກັນການບໍລິການໄຟຟ້າແບບຍືນຍົງ, ປອດໄພ ແລະສະເໝີພາບ ທັງເປັນພື້ນຖານໃຫ້ແກ່ຄວາມຈະເລີນຮຸ່ງເຮືອງ, ການເຕີບໂຕຂອງເສດຖະກິດ ແລະການຮ່ວມມືນີ້ກໍ່ແມ່ນກາລະໂອກາດສຳຄັນເພື່ອແບ່ງປັນຄວາມຮູ້ ແລະຄົ້ນຫາມາດຕະການໃຫ້ແກ່ຂະແໜງໄຟຟ້າຂອງຫວຽດນາມ.

ສ່ວນທ່ານ ຫງວຽນສິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ກໍ່ເນັ້ນໜັກວ່າ ການສ້າງຕະຫຼາດໄຟຟ້າທີ່ມີລັກສະນະແກ່ງແຍ້ງແຂ່ງຂັນພ້ອມກັບກອບນິຕິກຳຕ່າງໆທີ່ເໝາະສົມຈະສາມາດດຶງດູດການລົງທຶນຂອງພາກເອກະຊົນທີ່ຈຳເປັນເພື່ອບັນລຸໄດ້ບັນດາເປົ້າໝາຍພະລັງງານທົດແທນຂອງຫວຽດນາມ.

ໂດຍ: ຈາງຫງວຽນ