leftcenterrightdel
ບັນຍາກາດທີ່ພິທີ. ພາບ: qdnd.vn

ICF ແມ່ນໜຶ່ງອົງການທີ່ມີອິດທິພົນຊື່ສຽງສາກົນທີ່ມີສະມາຊິກກວ່າ 180 ຄົນ, ເຊິ່ງແມ່ນບັນດາຕົວເມືອງອັດສະລິຍະໃນທົ່ວໂລກ. ແຕ່ລະປີ, ICF ໄດ້ຈັດການຄັດເລືອກກຸ່ມ 21 ນະຄອນທີ່ມີຍຸດທະສາດພັດທະນາຕົວເມືອງອັດສະລິຍະທີ່ພົ້ນເດັ່ນໃນໂລກຕາມ 6 ມາດຖານ. ຫຼັງຈາກນັ້ນ, ICF ສືບຕໍ່ຄັດເລືອກ ແລະເຊີດຊູ ທອັບ 7. ແຕ່ປີ 2016, ບິ່ງເຢືອງ ໄດ້ສ້າງແຜນຮ່າງຕົວເມືອງອັດສະລິຍະບິ່ງເຢືອງ ແລະ ICF ໄດ້ເຊີດຊູເຂົ້າໃນທອັບ 21 ດ້ວຍ 4 ເທື່ອລຽນຕິດ ແລະນອນໃນທອັບ 7 ປີ 2021.

ຜ່ານນັ້ນເປັນການຢັ້ງຢືນການຄັດເລືອກທິດສຳຜັດຂອງແຜນຮ່າງນະຄອນອັດສະລິຍະບິ່ງເຢືອງ ແມ່ນເໝາະສົມກັບທ່າອ່ຽງລວມຂອງໂລກ. ປີ 2022, ICF ໄດ້ເຊີດຊູບິ່ງເຢືອງ  ເຂົ້າໃນທອັບ 7 ຕົວເມືອງອັດສະລິຍະໃນໂລກ ຄັ້ງທີ 2 ຢ່າງລຽນຕິດ. ພ້ອມກັບເຂດອັດສະລິຍະບິ່ງເຢືອງໃນທອັບ 7, ຍັງມີບັນດານະຄອນ: Curitiba (ບຣາຊິນ), Durham Region ແລະ Fredericton (ການາດາ), New Taipei City (ໄຕ້ຫວັນ, ຈີນ), Prospect ແລະ Sunshine Coast (ອົດສະຕາລີ).

ໃນຂອບເຂດເຫດການ, ໃນວັນດຽວກັນໄດ້ດໍາເນີນເວທີປາໄສ “ຟື້ນຟູຫຼັງພະຍາດໂຄວິດ-19, ຫັນປ່ຽນດີຈີຕອນ ແລະປ່ຽນແປງໃໝ່ປະດິດຄິດສ້າງຊຸກຍູ້ການເຕີບໂຕໃນວົງຄະນະຍາດ”

ໂດຍ: ຈາງຫງວຽນ