ນັກຂ່າວ: ມີຄໍາເຫັນຖືວ່າ, ຜົນສໍາເລັດທີ່ Viettel ໄດ້ຮັບໃນປັດຈຸບັນແມ່ນໄດ້ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນຳໃຊ້ຜູ້ເກັ່ງກ້າສາມາດ. ທັດສະນະຂອງສະຫາຍ ຄືແນວໃດກ່ຽວກັບຂໍ້ສັງເກດດັ່ງກ່າວ?

ທ່ານພົນຈັດຕະວາ ເລດັງຢຸ້ງ: ກະຖືກຄືແນວນັ້ນ! ຖ້າເບິ່ງຄຸນນະພາບຕົວຈິງ, ປະສິດທິພາບໃນວຽກງານຢູ່ Viettel ແມ່ນພະຍານຫຼັກຖານຈະແຈ້ງທີ່ສຸດ ເພື່ອເຫັນແຈ້ງບົດບາດຂອງຖັນແຖວພະນັກງານ ກໍຄື ວິທີສັບຊ້ອນ, ການນໍາໃຊ້ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງກຸ່ມບໍລິສັດ. ນີ້ແມ່ນປັດໄຈສໍາຄັນແຖວໜ້າ, ຕັດສິນທຸກຜົນສໍາເລັດຂອງ Viettel. ທັດສະນະຂອງ Viettel ແມ່ນເສີມຂະຫຍາຍກໍາລັງແຮງພາຍໃນໃຫ້ເປັນຢ່າງດີ ກໍຄື ບົດບາດຂອງຫົວໜ້າໃນການນໍາພາ, ພົບເຫັນ, ກໍ່ສ້າງ, ບໍາລຸງຖັນແຖວພະນັກງານສືບທອດ ເພື່ອແນໃສ່ເພີ່ມເຕີມຖັນແຖວການນໍາ, ຜູ້ຄຸ້ມຄອງທຸກຂັ້ນ. ມອບວຽກຍາກແມ່ນວິທີເພື່ອຄົ້ນພົບພະນັກງານທີ່ມີຄຸນນະທາດ, ມີຄວາມສາມາດເພື່ອສືບຕໍ່ກໍ່ສ້າງ-ບໍາລຸງ, ທົດສອບຜ່ານພຶດຕິກໍາຕົວຈິງ.

leftcenterrightdel
ການນໍາກຸ່ມບໍລິສັດ Viettel ມອບລາງວັນໃຫ້ບັນດາໝູ່ຄະນະດີເດັ່ນ. ພາບປະກອບ: qdnd.vn

ນັກຂ່າວ: ຊອກໄດ້ຜູ້ເກັ່ງກ້າສາມາດແມ່ນຍາກແລ້ວ ແຕ່ການນໍາໃຊ້ ແລະຮັກສາເຂົາເຈົ້າໃຫ້ເຮັດວຽກຢູ່ນຳ Viettel ກໍ່ບໍ່ແມ່ນເລື່ອງງ່າຍ, Viettel ແກ້ໄຂບັນຫານີ້ ຄືແນວໃດຂໍຮຽນສະຫາຍ?

ທ່ານພົນຈັດຕະວາ ເລດັງຢຸ້ງ: ໃນວິວັດແຫ່ງການພັດທະນາກວ່າ 3 ທົດສະວັດຜ່ານມາ, Viettel ໄດ້ຖືເປັນສໍາຄັນແຖວໜ້າການປະຕິບັດຍຸດທະສາດກໍ່ສ້າງມະນຸດໃນບັນດາຍຸດທະສາດພັດທະນາອື່ນ. Viettel ມີທິດສະດີປັດຊະຍາສະເພາະເພື່ອສຶກສາອົບຮົມ, ກໍ່ສ້າງ-ບໍາລຸງການນໍາ; ປະຕິບັດ “3 ຮ່ວມ” ເພື່ອຝຶກຝົນຫຼໍ່ຫຼອມພະນັກງານເກັ່ງ; ຍູ້ແຮງການປະຕິບັດຍຸດທະສາດກໍ່ສ້າງ ແລະສ້າງຂະບວນການຮຽນເອງ, ຄົ້ນຄວ້າປະດິດສ້າງເອງຢ່າງກວ້າງຂວາງໃນກຸ່ມບໍລິສັດ. ເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດ, Viettel ໄດ້ປະຕິບັດຍຸດທະສາດເງິນເດືອນຄຸ້ມຄອງ ແລະນັກຊ່ຽວຊານ. ຕາມນັ້ນແລ້ວ, ສະຖາປະນິກ, ຫົວໜ້າວິສະວະກອນຄົນໜຶ່ງ ເກັ່ງວິຊາການຈະໄດ້ຮັບເງິນເດືອນທຽບເທົ່າກັບຖານະຕໍາແໜ່ງຂອງພະນັກງານການນໍາ.

ນັກຂ່າວ: ຄວາມຈິງແລ້ວ, ຜູ້ເກັ່ງກ້າສາມາດມັກມີການປະດິດສ້າງແບບຕ່າງຫາກ, Viettel ສົ່ງເສີມ ແລະປົກປ້ອງພະນັກງານຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ເພື່ອຜົນປະໂຫຍດລວມ ຄືແນວໃດ?

ທ່ານພົນຈັດຕະວາ ເລດັງຢຸ້ງ: ພະນັກງານ, ພາລະກອນ Viettel ແຕ່ລະຄົນຕ້ອງເປັນຜູ້ອອກແຮງງານປະດິດສ້າງ, ມີຄຸນນະທາດ, ບໍ່ຢ້ານຜິດພາດ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ແລະກ້າປະເຊີນໜ້າກັບປະລາໄຊ, ຍອມຮັບປະລາໄຊ. ຖ້າບໍ່ຖືກປະລາໄຊໃນວຽກງານ ເພື່ອຖອດຖອນບົດຮຽນ, ດັດປັບຢ່າງທັນການນັ້ນຈະພາໄປເຖິງການຜິດພາດທາງດ້ານຍຸດທະສາດ. ສະນັ້ນ, Viettel ສົ່ງເສີມທຸກແນວຄວາມຄິດ; ມີທັດສະນະຢ່າງຖືກຕ້ອງກ່ຽວກັບປະລາໄຊ. ຊໍ້າບໍ່ໜໍາ, ຕໍ່ໜ້າຄວາມຜິດພາດຂອງຂັ້ນລຸ່ມ, ການນໍາ, ຜູ້ບັນຊາການທຸກຂັ້ນ ຕ້ອງຮັບຜິດຊອບໜ້າທີ່ຊ່ວຍເຫຼືອໂດຍກົງ; ກໍານົດທິດ, ພ້ອມກັນແກ້ໄຂ; ມີບາງວຽກຍາກທີ່ສຸດຂອງຂັ້ນລຸ່ມ, ການນໍາ, ຜູ້ບັນຊາການຕ້ອງພ້ອມກັບຂັ້ນລຸ່ມແກ້ໄຂຢ່າງເຖິງຖອງ, ຊ່ວຍຂັ້ນລຸ່ມໃຫ້ມີຄວາມກ້າວໜ້າ ແລະພັດທະນາ.

ນັກຂ່າວ: ທັດສະນະຂອງ Viettel: “ຮູ້ນໍາໃຊ້ຜູ້ເກັ່ງກ້າສາມາດນັ້ນ ກໍ່ຕ້ອງຮູ້ຄັດເຂ່ຍຜູ້ບໍ່ມີຄວາມຮູ້ຄວາມສາມາດອອກ”. ນີ້ແມ່ນສະພາບຕົວຈິງບໍ່ແມ່ນວ່າກົມກອງ ໃດກໍ່ສາມາດເຮັດໄດ້. ບົດຮຽນຂອງ Viettel  ຕໍ່ບັນຫານີ້ແມ່ນຄືແນວໃດ, ຂໍຮຽນສະຫາຍ?

ທ່ານພົນຈັດຕະວາ ເລດັງຢຸ້ງ: Viettel ມີທັດສະນະສະເໝີຕົ້ນສະເໝີປາຍທີ່ວ່າ: “ຮູ້ນໍາໃຊ້ຜູ້ເກັ່ງກ້າສາມາດກໍ່ຕ້ອງຮູ້ຄັດເຂ່ຍຜູ້ບໍ່ມີຄວາມຮູ້ຄວາມສາມາດອອກ” ຖ້າບໍ່ຢາກຖືກຖອຍຫຼັງ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ, ແມ່ນການຄັດເລືອກແຮງງານຢ່າງພາວະວິໄສໃນກົດເກນເສດຖະກິດຕະຫຼາດ. Viettel ພຽງແຕ່ນໍາໃຊ້ຜູ້ມີນໍ້າໃຈ, ມີເຈດຈໍານົງ, ອອກແຮງງານຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດວຽກງານປະຈໍາວັນ ແລະຕ້ອງຮ່ຳຮຽນຕະຫຼອດ, ເພື່ອຄວາມກ້າວໜ້າ. ເພື່ອເຮັດໄດ້ສິ່ງນີ້, Viettel ໄດ້ວາງມາດຕະຖານໃນວຽກງານ, ຕີລາຄາພະນັກງານເປັນປະຈໍາ, ເຂັ້ມງວດ ໂດຍອີງໃສ່ປະສິດທິພາບວຽກງານ, ປະຊາທິປະໄຕ, ເປີດເຜີຍ, ໂປ່ງໃສ ເພື່ອຄັດເຂ່ຍ.

ນັກຂ່າວ: ດ້ວຍການກະທົບຢ່າງແຮງຈາກການປະຕິວັດອຸດສາຫະກໍາ 4.0, ກຸ່ມບໍລິສັດ Viettel ມີມາດຕະການໃດແດ່ເພື່ອວາງແຜນກໍານົດຊັບພະຍາກອນມະນຸດ 4.0, ກໍ່ສ້າງ “ຄົນ Viettel ໃນທົ່ວໂລກ” ຍຸກສະໄໝໃໝ່?

ທ່ານພົນຈັດຕະວາ ເລດັງຢຸ້ງ: ດ້ວຍຍຸດທະສາດບຸກຄະລາກອນຮອບດ້ານ, ຄະນະພັກ, ຄະນະນໍາກຸ່ມບໍລິສັດ Viettel ຮຸ່ນຕ່າງໆ ສຸມໃສ່ຊີ້ນໍາ, ນໍາພາເພື່ອສ້າງ, ປັບປຸງໃຫ້ສົມບູນແບບ, ປັດຈຸບັນ Viettel ມີຖັນແຖວຊັບພະຍາກອນທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ມີກໍາລັງຄວາມສາມາດ, ມີຄວາມຮູ້ຄວາມສາມາດຢ່າງພຽງພໍ ເພື່ອເປັນເຈົ້າຂອງການປະຕິວັດອຸດສາຫະກໍາ 4.0. ນອກຈາກການຍູ້ແຮງການກໍ່ສ້າງ ແລະກໍ່ສ້າງເອງດ້ວຍເປົ້າໝາຍ “ຄົນ Viettel ມີຄວາມສາມາດເຮັດວຽກໃນທົ່ວໂລກ”. Viettel ເອົາໃຈໃສ່ເປັນພິເສດເຖິງນະໂຍບາຍດຶງດູດຜູ້ມີຄວາມຮູ້ຄວາມສາມາດ.

Viettel ຈະແຂງແຮງຖ້າຮັກສາໄດ້ກໍາລັງແຮງພາຍໃນ, “ຫຼໍ່ລ້ຽງ, ດຶງດູດ, ມີນະໂຍບາຍພິເສດຕໍ່ຜູ້ເກັ່ງກ້າສາມາດ” ແມ່ນປັດໄຈໃຈກາງ, ແມ່ນສ່ວນໜຶ່ງທີ່ສໍາຄັນເພື່ອສ້າງເປັນກໍາລັງແຮງຂອງ Viettel ໃນປັດຈຸບັນ. Viettel ຈະດີເລີດ ເມື່ອມີຜູ້ດີເລີດ ທີ່ເຮັດວຽກຢູ່ທີ່ນີ້. ກໍ່ສ້າງຄົນ Viettel ໃນທົ່ວໂລກແມ່ນການບຸກ ທະລຸປາຍແຫຼມທີ່ Viettel ໄດ້ກໍານົດຍົກລະດັບໃນອາຍຸການ 2020-2025. Viettel ຈະປະກອບສ່ວນເລັກໆນ້ອຍໆ ເພື່ອນໍາຂໍ້ສະຫຼຸບເລກທີ 14 ຂອງກົມ ການເມືອງ ເຂົ້າພຶດຕິກຳຕົວຈິງແຫ່ງການດຳລົງຊີວິດຕົວຈິງ, ປຸກລຸກນໍ້າໃຈຮັກຊາດ, ເຈດຈໍານົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ ແລະຄວາມໃຝ່ຝັນຢາກພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລ, ມີຄວາມຜາສຸກ, ຫັນເປົ້າໝາຍ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ວາງອອກໃນຄົນ Viettel ແຕ່ລະຄົນໃຫ້ປະກົດຜົນເປັນຈິງ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ໄຊຊະນະ