ຢາດນ້ຳ ທີ່ເຕັມໄປດ້ວຍນ້ຳໃຈລະຫວ່າງທະຫານ ແລະປະຊາຊົນ

ຄ້າຍທະຫານຊາຍແດນດ່ານສາກົນລາໄລ ຕັ້ງຢູ່ບໍລິເວນບ້ານອາແດງ, ຕາແສງອາງໍ, ເມືອງດັກຣົງ, ແຂວງກວ໋າງຈິ. ຄ້າຍທະຫານ ໄດ້ຮັບມອບໝາຍໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຍາວກວ່າ 14km; ຮັບຜິດຊອບບໍລິເວນຕາແສງອາບຸງ ແລະຕາແສງອາງໍ ຂຶ້ນກັບເມືອງດັກຣົງ, ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍທີ່ສຸດ. ຢູ່ທີ່ນີ້, ເຖິງວ່າໄດ້ມີບາງໂຄງການສະໜອງນໍ້າສະອາດກໍ່ຕາມ, ແຕ່ວ່າໃນລະດູແລ້ງ, ຫ້ວຍແຫ້ງໝົດ, ສະນັ້ນຈຶ່ງຂາດນໍ້າ, ພໍ່ແມ່ປະຊາຊົນຕ້ອງໄປຫາບນໍ້າມາແຕ່ໄກ. ສ່ວນໃນລະດູຝົນນັ້ນ,  ນໍ້າພັດປະປົນກັບຂີ້ຕົມ, ບໍ່ຮັບປະກັນສຸຂະອະນາໄມ.

ພັນເອກ ຫງວຽນຊວນລີງ, ຫົວໜ້າການເມືອງຄ້າຍທະຫານຊາຍແດນດ່ານສາກົນລາໄລ ໃຫ້ຮູ້ວ່າ, ຄ້າຍທະຫານຊາຍແດນ ໄດ້ລະດົມພະນັກງານ, ນັກຮົບ, ຮຽກຮ້ອງໃຫ້ຜູ້ໃຈບຸນໃຈກຸສົນ, ບັນດາກົມກອງ ພ້ອມກັນປະກອບສ່ວນກໍ່ສ້າງໂຄງການນໍ້າສະອາດ ໃຫ້ພໍ່ແມ່ປະຊາຊົນ ຢູ່ເຂດຊາຍແດນ. ເຖິງວ່າພູມີປະເທດທຸລະກັນດານ, ຂາດເຂີນແຫຼ່ງນໍ້າບາດານ, ມີບາງໂຄງການຕ້ອງເຈາະເລິກນັບເປັນຮ້ອຍແມັດ ຈຶ່ງເຫັນນໍ້າ, ແຕ່ວ່າພະນັກງານ, ນັກຮົບຄ້າຍທະຫານຊາຍແດນລາໄລ ຍັງບໍ່ທໍ້ຖອຍໃຈ. ພວກອ້າຍ ໄດ້ເລືອກເຈາະນ້ຳບາດານຢູ່ບ້ານຫຍຸ້ງຍາກທີ່ສຸດ, ໄກທີ່ສຸດ.

leftcenterrightdel
ຄ້າຍທະຫານຊາຍແດນດ່ານສາກົນລາໄລ ເປີດການນໍາໃຊ້ ແລະມອບ-ຮັບໂຄງການນໍ້າສະອາດ ໃຫ້ພໍ່ແມ່ປະຊາຊົນບ້ານລາໄລ ອາສ໋ອຍ (ປະເທດລາວ). ພາບ: baochinhphu.vn

ຢູ່ບາງບ່ອນ, ພາຫະນະບໍ່ສາມາດເຂົ້າໄປເຖິງ, ສະນັ້ນທະຫານຕ້ອງໄດ້ຂົນສົ່ງອຸປະກອນ, ພາຫະນະເຂົ້າໄປເອງ ເພື່ອຮັບໃຊ້ການກໍ່ສ້າງ. ໂຄງການແຕ່ລະບ່ອນລວມມີ ນ້ຳບາດານ 1 ບໍ່,  ອ່າງເກັບນ້ຳ 1 ແຫ່ງ ພ້ອມດ້ວຍລະບົບເຄື່ອງສູບ ແລະທໍ່ນໍ້າເຂົ້າເຖິງເຮືອນປະຊາຊົນຈໍານວນໜຶ່ງ ເພື່ອໃຫ້ປະຊາຊົນມີຄວາມສະດວກໃນການໃຊ້ນໍ້າ.

ຊຸມປີຜ່ານມາ, ຈາກການຮຽກຮ້ອງ, ປຸກລະດົມກໍາລັງພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ກໍ່ສ້າງນ້ຳບາດານ 8 ບໍ່ ໃຫ້ແກ່ປະຊາຊົນຢູ່ບໍລິເວນຕາແສງອາງໍ ແລະຕາແສງອາບຸງ, ສາມາດຕອບສະໜອງຄວາມຕ້ອງການນໍາໃຊ້ນໍ້າສະອາດຂອງປະຊາຊົນ ເທື່ອລະກ້າວ.

“ຂອງຂວັນ” ພິເສດມອບໃຫ້ພໍ່ແມ່ປະຊາຊົນ ຢູ່ຟາກຊາຍແດນ

ປີ 2007, ໂດຍປະຕິບັດຕາມແຜນນະໂຍບາຍຂອງສອງປະເທດຫວຽດນາມ-ລາວ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະຮ່ວມມືພັດທະນາ, ບ້ານລາໄລ ແລະບ້ານລາໄລ ອາສ໋ອຍ ໄດ້ແຮກສ່ຽວນຳກັນ. 15 ປີຜ່ານມາ, ບ້ານລາໄລ (ຕາແສງອາງໍ, ເມືອງດັກຣົງ) ແລະບ້ານລາໄລ ອາສ໋ອຍ (ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ) ຍາມໃດກໍ່ສະໜິດຕິດພັນນຳກັນ.

ດ້ວຍຮູບແບບການແຮກສ່ຽວລະຫວ່າງ “ບ້ານ-ບ້ານ”, ບັນດາພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ໜູນຊ່ວຍພໍ່ແມ່ປະຊາຊົນບ້ານລາໄລ ແລະບ້ານລາໄລ ອາສ໋ອຍ ສ້າງຮູບແບບປະກອບສ່ວນ ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ໜູນຊ່ວຍການກວດ ແລະປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ຮັບອຸປະຖໍາກໍລະນີປະສົບກັບຄວາມຫຍຸ້ງຍາກ...

ກໍ່ຄືພໍ່ແມ່ປະຊາຊົນຫວຽດນາມ ກ່ອນນີ້, ຍ້ອນວ່າພູມີປະເທດທຸລະກັນດານ, ແຫຼ່ງນໍ້າສະອາດ ທີ່ຮັບໃຊ້ການດໍາເນີນຊີວິດຂອງປະຊາຊົນບ້ານ ລາໄລ ອາສ໋ອຍ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໂດຍກຳໄດ້ສະພາບຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້, ຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ລະດົມພະນັກງານ, ນັກຮົບ ແລະຜູ້ໃຈບຸນໃຈກຸສົນ ບໍລິຈາກເງິນໜູນຊ່ວຍພໍ່ແມ່ປະຊາຊົນຢູ່ເຂດຊາຍແດນຂອງປະເທດລາວ ກໍ່ສ້າງໂຄງການນໍ້າສະອາດ.

leftcenterrightdel
ພະນັກງານ, ນັກຮົບ ແລະຜູ້ໃຈບຸນໃຈກຸສົນ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນ ຢູ່ບ້ານລາໄລ ອາສ໋ອຍ (ປະເທດລາວ). ພາບ: baochinhphu.vn

ພັນເອກ ຫງວຽນຊວນລີງ ແບ່ງປັນວ່າ: “ມື້ທີ່ຄ້າຍທະຫານຊາຍແດນດ່ານສາກົນລາໄລ ເປີດການນໍາໃຊ້  ແລະມອບ-ຮັບໂຄງການເຈາະນ້ຳບາດານ ແມ່ນມື້ທີ່ພໍ່ແມ່ປະຊາຊົນ ຢູ່ບ້ານລາໄລ ອາສ໋ອຍ ມີຄວາມເບີກບານມ່ວນຊື່ນດີໃຈທີ່ສຸດ. ນໍ້າໄດ້ສູບເຂົ້າອ່າງ, ປະຊາຊົນພຽງແຕ່ເປີດນໍ້າໃສ່ກະຕຸກ ແລ້ວຫາບກັບເມືອເຮືອນເທົ່ານັ້ນ”.

ພໍ່ເຖົ້າ ບຸນເທິນ, ນາຍບ້ານລາໄລ ອາສ໋ອຍ ແບ່ງປັນວ່າ: “ປະຊາຊົນບ້ານລາໄລ ອາສ໋ອຍ ໄດ້ຮັບການຊ່ວຍເຫຼືອຈາກທະຫານ ຄ້າຍທະຫານຊາຍແດນດ່ານສາກົນລາໄລ, ໄດ້ຮັບການໜູນຊ່ວຍດ້ານສະບຽງອາຫານ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ. ພິເສດ, ທະຫານບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ໃນການເຈາະນໍ້າບາດານ ຊ່ວຍໃຫ້ປະຊາຊົນມີນໍ້າໃຊ້ເຂົ້າໃນການດໍາລົງຊີວິດ ແລະຫົດຜັກ, ທຳການຜະລິດ. ສໍາລັບພວກຂ້າພະເຈົ້າແລ້ວ, ພວກອາວທະຫານ ມີຄວາມຜູກພັນ ຄືດັ່ງຊົນເຜົ່າຕົນເອງ”.

ກໍ່ຍ້ອນແນວນັ້ນ, ໃນຕະຫຼອດຊຸມປີຜ່ານມາ, ດ້ວຍວຽກເຮັດທີ່ແທດຈິງ, ຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ປະກອບສ່ວນຍົກສູງ ຄຸນນະພາບການດໍາລົງຊີວິດຂອງປະຊາຊົນ ຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ”.

ໂດຍ: ທູຈາງ