ເນື່ອງໃນໂອກາດນີ້, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍານະຄອນຫຼວງວຽງຈັນ ໄດ້ສຳພາດທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ກ່ຽວກັບຈຸດໝາຍ, ຄວາມໝາຍ, ຄວາມສຳຄັນຂອງກອງປະຊຸມ, ກໍ່ຄືເນື້ອໃນຕົ້ນຕໍທີ່ກອງປະຊຸມຈະປຶກສາຫາລື. ເນື້ອໃນສໍາພາດດັ່ງລຸ່ມນີ້.

leftcenterrightdel
ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຂໍຮຽນຮອງປະທານສະພາແຫ່ງຊາດ, ທ່ານນາງສາມາດໃຫ້ຮູ້ຄວາມໝາຍ ແລະຄວາມສຳຄັນຂອງການພົບປະຄັ້ງທຳອິດລະຫວ່າງປະທານສະພາແຫ່ງຊາດສາມປະເທດ? ເປັນຫຍັງສະພາແຫ່ງຊາດຂອງສາມປະເທດຈຶ່ງຍົກລະດັບຈາກການພົບປະກຳມາທິການການຕ່າງປະເທດສາມປະເທດເປັນການພົບປະຂອງປະທານສະພາແຫ່ງຊາດສາມປະເທດ?

ຮອງປະທານສະພາແຫ່ງຊາດ ສູນທອນ ໄຊຍະຈັກ: ພວກຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດເມື່ອສະພາແຫ່ງຊາດ ລາວໄດ້ຮັບເລືອກເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດກຳປູເຈຍ-ລາວ-ຫວຽດນາມ ຄັ້ງທຳອິດ. ນີ້ແມ່ນກອງປະຊຸມສຳຄັນໃນປະຫວັດສາດຂອງສະພາແຫ່ງຊາດສາມປະເທດພວກເຮົາ.

ກ່ອນໜ້ານີ້, ນັບແຕ່ປີ 2009 ເປັນຕົ້ນມາ, ສາມສະພາແຫ່ງຊາດໄດ້ຜັດປ່ຽນກັນເປັນປະທານຈັດກອງປະຊຸມຂັ້ນກຳມາທິການປະຈຳປີ ຄື: 1) ກຳມາທິການການຕ່າງປະເທດ; 2) ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ 3) ກຳມາທິການແຜນການ, ການເງິນ ແລະກວດສອບບັນຊີ. ຮອດປີ 2018, ລາວເປັນປະທານຈັດກອງປະຊຸມກຳມາທິການການຕ່າງປະເທດສະພາແຫ່ງຊາດ CLV ຄັ້ງທີ 6 ແລະສາມຝ່າຍໄດ້ເຫັນດີຈັດກອງປະຊຸມສອງປີເທື່ອໜຶ່ງ.

ຫຼັງຈາກນັ້ນ, ວັນທີ 17-21 ຕຸລາ 2022, ສາມກໍາມາທິການການຕ່າງປະເທດສະພາແຫ່ງຊາດ CLV ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຮ່ວມກັນຄົ້ນຄວ້າ ແລະຮັບຮອງເອົາລະບຽບການຈັດຕັ້ງກອງປະຊຸມສຸດຍອດສະພາແຫ່ງຊາດ CLV.

ປີ 2022, ຢູ່ນະຄອນຫຼວງພະນົມເປັນ, ປະທານສະພາແຫ່ງຊາດສາມປະເທດກຳປູເຈຍ - ລາວ - ຫວຽດນາມ ໄດ້ລົງນາມໃນຖະແຫຼງການຮ່ວມຮັບຮອງເອົາການຍົກລະດັບກອງປະຊຸມຈາກຂັ້ນກໍາມາທິການໃຫ້ເປັນຂັ້ນປະທານສະພາແຫ່ງຊາດ ເພື່ອໃຫ້ສອດຄ່ອງກັບກົນໄກຮ່ວມມືລະຫວ່າງພັກ ແລະລັດຖະບານສາມປະເທດ ແລະເຫັນດີເປັນເອກະພາບມອບໝາຍໃຫ້ສະພາແຫ່ງຊາດລາວ ເປັນປະທານຈັດກອງປະຊຸມຄັ້ງທຳອິດນີ້.

ເລື່ອງປະທານສະພາແຫ່ງຊາດສາມປະເທດໄດ້ເຫັນດີເປັນເອກະພາບຍົກລະດັບກອງປະຊຸມຈາກຂັ້ນກຳມາທິການຂຶ້ນລະດັບປະທານສະພາແຫ່ງຊາດ ນັ້ນເພື່ອແນໃສ່ຊ່ວຍໃຫ້ການພົວພັນລະຫວ່າງສາມສະພາແຫ່ງຊາດສອດຄ່ອງກັບກົນໄກຮ່ວມມືຂອງພັກ ແລະລັດຖະບານສາມປະເທດ. ນີ້ຈະແມ່ນກົນໄກປະສານງານເພື່ອປຶກສາຫາລືວິທີຊ່ວຍໃຫ້ການພົວພັນລະຫວ່າງສາມປະເທດໃຫ້ນັບມື້ນັບແທດຈິງ, ສອດຄ່ອງກັບສາຍພົວພັນປະຫວັດສາດເມື່ອສາມປະເທດພວກເຮົາຄຽງບ່າຄຽງໄຫຼ່, ແບ່ງທຸກແບ່ງສຸກ, ພ້ອມກັນຕ້ານສັດຕູໂຕດຽວເພື່ອຍາດເອົາເອກະລາດໃນໄລຍະຍາວໃຫ້ປະເທດຊາດ.

ນັກຂ່າວ: ຂໍຮຽນຮອງປະທານສະພາແຫ່ງຊາດ, ຂໍທ່ານນາງໃຫ້ຮູ້ທີ່ການພົບປະຄັ້ງນີ້, ປະທານສະພາແຫ່ງຊາດສາມປະເທດຈະປຶກສາຫາລືເນື້ອໃນຫຍັງແດ່ ເພື່ອແນໃສ່ເພີ່ມທະວີບົດບາດຂອງສະພາແຫ່ງຊາດສາມປະເທດໃນການຕິດຕາມກວດກາການເຄື່ອນໄຫວຂອງລັດຖະບານສາມປະເທດເວົ້າສະເພາະ ແລະໃນການເພີ່ມທະວີການພົວພັນມິດຕະພາບພິເສດລະຫວ່າງສາມປະເທດ?

ຮອງປະທານສະພາແຫ່ງຊາດ ສູນທອນ ໄຊຍະຈັກ: ຈຸດປະສົງຂອງກອງປະຊຸມສຸດຍອດສະພາແຫ່ງຊາດສາມ ປະເທດຄັ້ງນີ້ແມ່ນເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງ ສາມປະເທດເວົ້າລວມ ແລະລະອຽດແມ່ນລະຫວ່າງສາມອົງການນິຕິບັນຍັດ;  ຍົກສູງບົດບາດຂອງສະພາແຫ່ງຊາດໃນການຕິດຕາມກວດກາ, ສົ່ງເສີມ ແລະຊຸກຍູ້ການປະຕິບັດບັນດາສັນຍາ, ລາຍການໂຄງການຮ່ວມມືທີ່ລັດຖະບານສາມປະເທດໄດ້ລົງນາມກໍ່ຄືບັນດາສັນຍາຫຼາຍຝ່າຍເຊິ່ງສາມປະເທດເປັນສະມາຊິກ; ຍູ້ແຮງການແລກປ່ຽນ ແລະເຜີຍແຜ່ຂໍ້ມູນຂ່າວສານ, ປະສົບການ ແລະບົດຮຽນກ່ຽວກັບການເຄື່ອນໄຫວ ແລະບົດບາດຂອງສະພາແຫ່ງຊາດ CLV; ຄົ້ນຄວ້າ, ປຶກສາຫາລື ແລະເຊື່ອມຕໍ່ບັນດາເປົ້າໝາຍຂອງເຂດສາມຫຼ່ຽມພັດທະນາເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະທ້ອງຖິ່ນ, ຜ່ານການຈັດແບ່ງງົບປະມານແຫ່ງລັດ ແລະລະດົມການລົງທຶນພາຍໃນ ແລະຄູ່ຮ່ວມມືພັດທະນາສາກົນໃນເຂດສາມຫຼ່ຽມພັດທະນາ ແລະຂົງເຂດອື່ນໆ.

ກອງປະຊຸມສຸດຍອດຄັ້ງນີ້ຈະດຳເນີນໄປດ້ວຍຫົວຂໍ້ “ເພີ່ມທະວີບົດບາດຂອງລັດຖະສະພາໃນການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງກຳປູເຈຍ, ລາວ, ຫວຽດນາມ”. ໃນນັ້ນ, ກອງປະຊຸມຈະລົງເລິກການຄົ້ນຄວ້າ ແລະປຶກສາຫາລືສາມຂົງເຂດຮ່ວມມື ຄື: ການຮ່ວມມືດ້ານການເມືອງ ແລະການຕ່າງປະເທດ; ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະການຮ່ວມມືປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ນັກຂ່າວ: ຕາມທ່ານນາງຮອງປະທານສະພາແຫ່ງຊາດແລ້ວ, ສະພາແຫ່ງຊາດຂອງສາມປະເທດຄວນເຮັດແນວໃດເພື່ອເພີ່ມທະວີການຮ່ວມມືລະຫວ່າງລັດ ແລະສະພາແຫ່ງຊາດໃນການຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງກຳປູເຈຍ - ລາວ - ຫວຽດນາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະກວມລວມ?

ຮອງປະທານສະພາແຫ່ງຊາດ ສູນທອນ ໄຊຍະຈັກ: ເພື່ອເພີ່ມທະວີການຮ່ວມມືຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດກຳປູເຈຍ - ລາວ - ຫວຽດນາມ ຕາມຍຸດທະສາດພັດທະນາແບບຍືນຍົງ, ຕາມຂ້າພະເຈົ້າແລ້ວ, ໃນໄລຍະຈະມາເຖິງຄວນສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຂອງສາມປະເທດໂດຍສຸມໃສ່ບາງບັນຫາດັ່ງລຸ່ມນີ້: (1) ຮ່ວມກັນຊຸກຍູ້ການຜັນຂະຫຍາຍບັນດາສັນຍາ, ລາຍການ ແລະໂຄງການຮ່ວມມືທີ່ລັດຖະບານຂອງສາມປະເທດໄດ້ລົງນາມ, ກໍ່ຄືສັນຍາຫຼາຍຝ່າຍເຊິ່ງສາມປະເທດເປັນສະມາຊິກ; (2) ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສາທາລະນະສຸກ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆ; ສຸມໃສ່ພັດທະນາພື້ນຖານໂຄງລ່າງໂດຍພື້ນຖານ; ກໍ່ສ້າງ ແລະປັບປຸງບັນດາລະບຽບການກົດໝາຍທີ່ກ່ຽວຂ້ອງໃຫ້ສອດຄ່ອງ ເພື່ອສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວພົບປະແລກປ່ຽນການຄ້າ, ການພົບປະແລກປ່ຽນປະຊາຊົນ, ເພື່ອເພີ່ມທະວີຄວາມສາມັກຄີ, ການໜູນຊ່ວຍລະຫວ່າງປະຊາຊົນສາມປະເທດ; (3) ສືບຕໍ່ຍູ້ແຮງການຮ່ວມມືໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນຮັກສາເຂດຊາຍແດນສັນຕິພາບ, ມິດຕະພາບ ແລະຮ່ວມມືພັດທະນາແບບຍືນຍົງ; (4) ສືບຕໍ່ຊຸກຍູ້ບັນດາສະມາຊິກສະພາແຫ່ງຊາດຢູ່ບັນດາແຂວງໃນເຂດສາມຫຼ່ຽມພັດທະນາແລກປ່ຽນຄຳເຫັນ, ຕິດຕາມ ແລະລວບລວມບັນດາບັນຫາທີ່ຍັງຄົງຂ້າງ, ຮີບດ່ວນ ແລະຍື່ນສະເໜີຕໍ່ສະພາແຫ່ງຊາດ ແລະລັດຖະບານສາມປະເທດ ເພື່ອແກ້ໄຂ; (5) ສ້າງຕັ້ງກໍາມາທິການມິດຕະພາບສະພາແຫ່ງຊາດຂັ້ນທ້ອງຖິ່ນຢູ່ເຂດສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ, ໂດຍຜ່ານການຜັດປ່ຽນກັນເປັນປະທານຈັດກອງປະຊຸມປະຈຳປີ ເພື່ອທົບທວນຄືນການປະຕິບັດບັນດາຂໍ້ຕົກລົງຮ່ວມມືໃນພາກພື້ນ; (6) ຊຸກຍູ້ການຢ້ຽມຢາມທຸກຂັ້ນຂອງຂອງການນຳບັນດາອົງການລັດຖະບານ ແລະອົງການນິຕິບັນຍັດ ເພື່ອແນໃສ່ຫັນເຂດສາມຫຼ່ຽມພັດທະນາເປັນເຂດສັນຕິພາບ, ມິດຕະພາບ ແລະຮ່ວມມືພັດທະນາແບບຍືນຍົງ.

ດັ່ງທີ່ພວກເຮົາຮູ້ແລ້ວ, ສະພາແຫ່ງຊາດແມ່ນອົງການຕາງໜ້າໃຫ້ສິດ ແລະຜົນປະໂຫຍດຂອງປະຊາຊົນ, ຍ້ອນເຫດນັ້ນ ເນື້ອໃນທີ່ກອງປະຊຸມສຸດຍອດຄັ້ງນີ້ຈະປຶກສາຫາລືແມ່ນສຳຄັນທີ່ສຸດ, ເພາະວ່າ ສາມສະພາແຫ່ງຊາດຈະຕາງໜ້າໃຫ້ປະຊາຊົນສາມປະເທດສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ລັດຖະບານສາມປະເທດໄດ້ລົງນາມຮ່ວມກັນ, ແນໃສ່ນຳມາເຊິ່ງປະສິດທິຜົນສູງສຸດ.

ຂໍຂອບໃຈຮອງປະທານສະພາແຫ່ງຊາດ!

ໂດຍ: ໄຊນີດາ