ຮອງເລຂາຜູ້ປະຈຳການພັກແຂວງລາຍເຈົາ ຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານແຂວງບໍ່ແກ້ວ
ກປ.ອອນໄລ - ຕອນບ່າຍວັນທີ 25 ກັນຍາ, ສະຫາຍ ຫວູແມັ້ງຮ່າ, ກໍາມະການສໍາຮອງ ຄະນະບໍລິຫານງານສູນກາງພັກ, ຮອງເລຂາຜູ້ປະຈໍາການພັກແຂວງລາຍເຈົາ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານແຂວງບໍ່ແກ້ວ ນໍາໂດຍສະຫາຍ ຈອມສີ ລັດຕະນະປັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງບໍ່ແກ້ວ.
ທີ່ການເຮັດວຽກ, ສະຫາຍ ຫວູແມັ້ງຮ່າ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ ກັບຄະນະປະຕິບັດງານແຂວງບໍ່ແກ້ວ. ຕາມນັ້ນແລ້ວ ແຂວງລາຍເຈົາ ແມ່ນແຂວງພູສູງ, ມີເສັ້ນຊາຍແດນຕິດກັບແຂວງຢູນນານ (ຈີນ) ຍາວກວ່າ 265 ກິໂລແມັດ; ແຂວງມີ 7 ເມືອງ, 1 ນະຄອນ, ດ້ວຍ 106 ຕາແສງ, ເທດສະບານ; ມີ 20 ຊົນ ເຜົ່າດໍາລົງຊີວິດຮ່ວມກັນ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຊຸມປີຜ່ານມາ, ແຂວງລາຍເຈົາ ສຸມໃສ່ພັດທະນາຂະແໜງກະສິກໍາດ້ວຍຕົ້ນໄມ້ທີ່ມີມຸນຄ່າເສດຖະກິດສູງ, ຄື: ຊາ, ຢ່າງພາລາ...; ເປີດກວ້າງເຂດປູກເຂົ້າທີ່ມີຄຸນນະພາບສູງ. ຍູ້ແຮງການພັດທະນາອຸດສາຫະກໍາທີ່ມີທ່າໄດ້ປຽບ, ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະເສດ, ອຸດສາຫະກໍາເຂື່ອນໄຟຟ້າ. ມາຮອດປະຈຸບັນ, ທົ່ວແຂວງມີ 48 ໂຄງການເຂື່ອນໄຟຟ້າໄດ້ກໍ່ສ້າງປະຕິບັດສໍາເລັດ ແລະກຳເນີດໄຟຟ້າດ້ວຍກຳລັງການຜະລິດໄຟຟ້າກວ່າ 2.300MW.
ທີ່ການເຮັດວຽກ, ການນໍາສອງແຂວງ ປາດຖະໜາວ່າ ໃນໄລຍະຈະມາເຖິງຄະນະພັກແຂວງ, ອໍານາດການປົກຄອງທ້ອງຖິ່ນສືບຕໍ່ໂຄສະນາຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນກ່ຽວກັບນໍ້າໃຈສາມັກຄີ, ມິດຕະພາບ, ສັດຊື່ບໍລິສຸດ, ໝັ້ນແກ່ນຂອງສອງປະເທດຫວຽດນາມ-ລາວ, ສອງແຂວງລາຍເຈົາ-ບໍ່ແກ້ວ; ເອົາໃຈໃສ່ຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະກັນ...; ໂດຍສະເພາະແມ່ນສ້າງເງື່ອນໄຂໃຫ້ວິສາຫະກິດສອງແຂວງ ເຂົ້າມາລົງທຶນພັດທະນາດ້ານການຄ້າ, ການທ່ອງທ່ຽວ;...
ເນື່ອງໃນໂອກາດນີ້, ການນໍາສອງແຂວງໄດ້ມອບຂອງຂວັນ, ເຊິ່ງແມ່ນສັນຍະລັກ, ຜະລິດຕະພັນຂອງທ້ອງຖິ່ນໃຫ້ກັນ.
ໂດຍ: ໄຊນີດາ