ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດໄດ້ໄປຢ້ຽມຢາມໝູ່ບ້ານອາຊີບຕໍ່າແພພື້ນເມືອງຢູ່ຕາແສງແກັງທ້ວນ (ເມືອງເວິນແກັງ), ພົບປະແລກປ່ຽນ “ຂົງເຂດວັດທະນະທຳອາຫານການກິນ ຫວຽດນາມ-ລາວ” ແລະການເຄື່ອນໄຫວແຂ່ງຂັນກິລາ-ກາຍຍະກຳ...

leftcenterrightdel
ນັກສຶກສາຫວຽດນາມ ແລະລາວ ພົບປະແລກປ່ຽນກັບປະຊາຊົນຢູ່ຕາແສງແກັງທ້ວນ. ພາບ: thanhnien.vn

ຕອນຄ່ຳວັນທີ 24 ກັນຍາ, ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມ ຈະໄດ້ຮັບຊົມລາຍການສະແດງສິລະປະ “ຊາວໜຸ່ມຫວຽດນາມ-ລາວ, ສືບທອດດ້ວຍຄວາມພາກພູມໃຈ” ແລະຕັ້ງກອງໄຟພົບປະແລກປ່ຽນຢູ່ບ່ອນຕັ້ງຄ້າຍ...

ເພື່ອນ ສຸກດາວວັນ (ຢູ່ແຂວງອັດຕະປື, ລາວ - ພວມຮຽນຢູ່ມະຫາວິທະຍາໄລກຸຍເຍີນ), ຫົວໜ້າຄະນະຜູ້ຕາງໜ້ານັກສຶກສາລາວ ຢູ່ແຂວງບີ່ງດີ້ງ ໃຫ້ຮູ້ວ່າ ນັກສຶກສາລາວ ມີຄວາມຕື່ນເຕັ້ນທີ່ສຸດເມື່ອໄດ້ແບ່ງປັນກັບໝູ່ເພື່ອນຢູ່ແຂວງບີ່ງດີ້ງ ກ່ຽວກັບຈຸດວັດທະນະທໍາທີ່ເປັນເອກະລັກແຫ່ງບ້ານເກີດເມືອງນອນຂອງຕົນ, ກໍ່ຄືໄດ້ຮຽນຮູ້ກ່ຽວກັບວັດທະນະທຳຂອງຊາວບີ່ງດີ້ງ ເວົ້າສະເພາະ ແລະປະເທດຫວຽດນາມ ເວົ້າລວມ.

leftcenterrightdel
ຊາວໜຸ່ມ, ນັກສຶກສາຢູ່ຕາແສງແກັງທ້ວນ ສະແດງຕີຄ້ອງ, ຕີກອງ... ເພື່ອຕ້ອນຮັບນັກສຶກສາລາວ. ພາບ: thanhnien.vn

ຕາມອ້າຍ ຟ້າມຮົ່ງຮຽບ ຮອງເລຂາຄະນະຊາວໜຸ່ມແຂວງບີ່ງດີ້ງ ໃຫ້ຮູ້ວ່າ ຈຸດປະສົງໃນການຈັດວັນບຸນວັດທະນະທໍາ, ກິລາຊາວໜຸ່ມ ຫວຽດນາມ-ລາວ ແມ່ນເພື່ອຊ່ວຍໃຫ້ນັກສຶກສາລາວ ໄດ້ຊອກຮູ້ກ່ຽວກັບອາຫານການກິນ, ວັດທະນະທຳ, ຂອງຊາວບີ່ງດີ້ງ ແລະແນະນຳຊຸດອາພອນ, ອາຫານການກິນ, ວັດທະນະທໍາທີ່ເປັນເອກະລັກຂອງປະເທດຕົນ. ນີ້ກໍ່ແມ່ນສະໜາມທີ່ມີປະໂຫຍດ, ແມ່ນສະພາບແວດລ້ອມທີ່ປອດໃສ ເພື່ອໃຫ້ນັກສຶກສາຫວຽດນາມ ແລະລາວ ໄດ້ພົບປະແລກປ່ຽນວັດທະນະທຳພື້ນເມືອງ, ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການຮັກສາ ແລະເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງສອງປະເທດ. ພ້ອມທັງຫວັງວ່າ ຜ່ານວັນບຸນດັ່ງກ່າວ, ນໍ້າໃຈສາມັກຄີມິດຕະພາບລະຫວ່າງຊາວໜຸ່ມຂອງສອງປະເທດຈະນັບມື້ນັບສະໜິດຕິດພັນ, ໝັ້ນແກ່ນ, ຜ່ານນັ້ນສືບຕໍ່ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງແຕ່ລະປະເທດ, ຢັ້ງຢືນສາຍພົວພັນອັນບໍລິສຸດຜຸດຜ່ອງຂອງສອງປະເທດລາວ-ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ