ຮອງເລຂາຜູ້ປະຈຳການພັກແຂວງລາວກາຍ ຕ້ອນຮັບຄະນະປະຕິບັດງານແຂວງບໍ່ແກ້ວ
ກປ.ອອນໄລ - ຕອນບ່າຍວັນທີ 23 ກັນຍາ, ຢູ່ເທດສະບານເມືອງຊາປາ, ແຂວງລາວກາຍ, ສະຫາຍ ຫວູຊວນເກື່ອງ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານສະພາປະຊາຊົນແຂວງລາວກາຍ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານແຂວງບໍ່ແກ້ວ ນໍາໂດຍສະຫາຍ ຈອມສີ ລັດຕະນະປັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ທີ່ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງການທ່ອງທ່ຽວຊາປາ ເຊິ່ງຈະໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 24 ກັນຍານີ້.
    |
 |
ສະຫາຍ ຫວູຊວນເກື່ອງ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານສະພາປະຊາຊົນແຂວງລາວກາຍ ຕ້ອນຮັບສະຫາຍ ຈອມສີ ລັດຕະນະປັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ. ພາບ: baolaocai.vn |
ທີ່ການຕ້ອນຮັບ, ສະຫາຍ ຫວູຊວນເກື່ອງ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບຄະນະປະຕິບັດງານແຂວງບໍ່ແກ້ວ ທີ່ໄດ້ເອົາໃຈໃສ່, ສະຫຼະເວລາມາຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງການທ່ອງທ່ຽວຊາປາ, ແມ່ນເຫດການ ວັດທະນະທຳ, ການທ່ອງທ່ຽວທີ່ສໍາຄັນຂອງແຂວງລາວກາຍ ໃນປີ 2023. ພ້ອມທັງປາດຖະໜາວ່າ ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງແຂວງລາວກາຍ ແລະແຂວງບໍ່ແກ້ວ ຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະພັດທະນາໃນໄລຍະຈະມາເຖິງ; ພ້ອມກັນຮ່ວມມືໃນຫຼາຍຂົງເຂດ; ເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງສອງແຂວງ.
ຕາງໜ້າຄະນະປະຕິບັດງານ, ສະຫາຍ ຈອມສີ ລັດຕະນະປັນ ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງລາວກາຍ; ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ເຄົາລົບນັບຖື, ເຕັມໄປດ້ວຍນໍ້າໃຈອ້າຍນ້ອງຂອງແຂວງລາວກາຍ ສໍາລັບຄະນະປະຕິບັດງານ. ສະຫາຍ ຈອມສີ ລັດຕະນະປັນ ຫວັງວ່າ ການຮ່ວມມືພັດທະນາສອງແຂວງໃນໄລຍະຈະມາເຖິງຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ເພີ່ມທະວີໃນຫຼາຍຂົງເຂດ, ຄື: ອຸດສາຫະກຳ, ການທ່ອງທ່ຽວ, ການຄ້າ, ການບໍລິການ, ບຳລຸງກໍ່ສ້າງຊັບພະຍາກອນ ມະນຸດ.
ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງສອງແຂວງໃນໄລຍະຈະມາເຖິງ, ແນໃສ່ເພີ່ມທະວີການພົວພັນຮ່ວມມື ແລະພັດທະນາໃນຫຼາຍຂົງເຂດ; ປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບຂອງສອງປະເທດອ້າຍນ້ອງ; ພ້ອມກັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.
ໂດຍ: ເຈິ່ນຮວ່ຽນ