leftcenterrightdel
ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກກັບກອງບັນຊາການທະຫານຊາຍແດນແຂວງກວາງນິງ. ພາບ: ທູຈາງ

ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ຫວູວັນຮືງ, ຮອງຫົວໜ້າຫ້ອງການເມືອງທະຫານຊາຍແດນແຂວງ ກວາງນິງ ໄດ້ແຈ້ງໂດຍສັງເຂບກ່ຽວກັບກົມກອງ ກໍ່ຄືສະພາບການປະຕິບັດໜ້າທີ່, ໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນບາງຈຸດພົ້ນເດັ່ນໃນວຽກງານໂຄສະນາ. 

leftcenterrightdel
ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ເຮັດວຽກກັບກອງເຮືອ 2 (ທະຫານຊາຍແດນແຂວງກວາງນິງ). ພາບ: ທູຈາງ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ໜັງສືພິມກອງທັບປະຊາຊົນລາວ ໄດ້ໂຄສະນາເຜີຍແຜ່ການເຄື່ອນໄຫວສົມທົບກັນລະຫວ່າງກໍາລັງທະຫານຊາຍແດນສອງປະເທດ ຫວຽດນາມ - ລາວ  ຢ່າງທັນການ ແລະນໍາມາເຊິ່ງປະສິດທິຜົນສູງໃນວຽກງານໂຄສະນາເຜີຍແຜ່ປົກປັກຮັກສາເສັ້ນຊາຍແດນສັນຕິພາບ ແລະມິດຕະພາບລະຫວ່າງສອງປະເທດ; ພ້ອມທັງ, ຢືນຢັນວ່າ: ໃນຕໍ່ໜ້າ, ຈະສືບຕໍ່ຮ່ຳຮຽນ ແລະໂຄສະນາເຜີຍແຜ່, ປະກອບສ່ວນຍູ້ແຮງການພົວພັນຮ່ວມມືກັບກອງທັບປະຊາຊົນຫວຽດນາມ, ໃນນັ້ນມີກຳລັງທະຫານຊາຍແດນ.

leftcenterrightdel
ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ການເຮັດວຽກກັບທະຫານຊາຍແດນແຂວງກວາງນິງ. ພາບ: ທູຈາງ
leftcenterrightdel
ພັນໂທ ຄອນສະຫວັນ ໄຊຍະລາດ ມອບຂອງຂວັນທີ່ລະນຶກໃຫ້ທະຫານຊາຍແດນແຂວງກວາງນິງ. ພາບ: ທູຈາງ
leftcenterrightdel
ພັນໂທ ຄອນສະຫວັນ ໄຊຍະລາດ ມອບຂອງຂວັນທີ່ລະນຶກໃຫ້ກອງເຮືອ 2 (ທະຫານຊາຍແດນແຂວງກວາງນິງ). ພາບ: ທູຈາງ

ໂດຍ: ທະນາພອນ