ຄະນະປະຕິບັດງານກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ມາຢ້ຽມຢາມ, ຊອກຮູ້ສະພາບຕົວຈິງຢູ່ບໍລິສັດ 715
ກປ.ອອນໄລ - ຕອນບ່າຍວັນທີ 21 ກັນຍາ, ຄະນະປະຕິບັດງານກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ນຳໂດຍສະຫາຍພົນຈັດຕະວາ ບົວໄລ ພົມມະວົງ, ຫົວໜ້າກົມກໍ່ສ້າງຮາກຖານ ໄດ້ມາຢ້ຽມຢາມສະພາບຕົວຈິງຢູ່ບໍລິສັດ 715 (ແມ່ທັບນ້ອຍ 15) ຢູ່ ເມືອງ Ia Grai, ແຂວງ ຢາລາຍ.