ທີ່ການພົບປະແລກປ່ຽນກັບກອງບັນຊາການທະຫານແຂວງອຸດົມໄຊ, ສອງຝ່າຍໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມ ຂອງແຕ່ແຂວງ, ເຫັນດີເປັນເອກະພາບຕີລາຄາໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳປີ 2022. ຕາມນັ້ນແລ້ວ, ກອງບັນຊາການທະຫານແຂວງ ເຊີນລາ ແລະກອງບັນຊາການທະຫານແຂວງອຸດົມໄຊ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຕີລາຄາໝາກຜົນວຽກງານເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໃນການກໍ່ສ້າງພື້ນຖານການເມືອງ, ກໍ່ສ້າງກຳລັງປະກອບອາວຸດ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປັນເຈົ້າການ, ຕັ້ງໜ້າໂຄສະນາຢ່າງເລິກເຊິ່ງກວ້າງຂວາງ ແລະເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ.

leftcenterrightdel
ການນຳກອງບັນຊາການທະຫານແຂວງເຊີນລາ ແລະກອງບັນຊາການທະຫານແຂວງອຸດົມໄຊ ມອບ-ຮັບບົດບັນທຶກຊ່ວຍຈຳ. ພາບ: qdnd.vn

ທີ່ການພົບປະແລກປ່ຽນກັບກອງບັນຊາການທະຫານແຂວງຫຼວງພະບາງ, ການນຳສອງຝ່າຍໄດ້ຕີລາຄາວ່າ ໃນໄລຍະຜ່ານມາໄດ້ແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ເປັນເຈົ້າການແກ້ໄຂບັນຫາສັບສົນທີ່ກ່ຽວຂ້ອງເປັນຢ່າງດີ; ເພີ່ມທະວີການແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ກໍ່ສ້າງກໍາລັງປະກອບອາວຸດ; ຮັກສາຄຸນນະພາບລະບອບລະບຽບການແລກປ່ຽນຂໍ້ມູນຂ່າວສານ, ກອງປະຊຸມພົບປະແລກປ່ຽນປະຈໍາໄລຍະ; ເປັນເຈົ້າການກໍາແໜ້ນສະພາບການ, ສົມທົບກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນລະຫວ່າງສອງແຂວງ “ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັບພັດທະນາ” ເປັນຢ່າງດີ.

ທີ່ການພົບປະເຈລະຈາ, ກອງບັນຊາການທະຫານແຂວງເຊີນລາ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກອງບັນຊາການທະຫານແຂວງອຸດົມໄຊ ແລະກອງບັນຊາການທະຫານແຂວງຫຼວງພະບາງ ປີ 2023.

ໂດຍ: ຈາງຫງວຽນ