ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນ
ກປ.ອອນໄລ - ວັນທີ 20 ກັນຍາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ, ຫວຽດນາມ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຜົ້ງສາລີ, ລາວ ໄດ້ດຳເນີນການພົບປະເຈລະຈາ ປະຈຳປີ ຄັ້ງທີ XI ປີ 2023.
ບົນຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ຄວາມເຂົ້າໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບການຢູ່ເຂດຊາຍແດນ, ດ່ານຊາຍແດນ, ວຽກງານສົມທົບກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ; ກໍ່ຄືໝາກຜົນໃນວຽກງານສົມທົບກັນໄລຍະຜ່ານມາ.
    |
 |
ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາການພົບປະເຈລະຈາປະຈຳປີ ຄັ້ງທີ XI ປີ 2023. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນ, ຜັນຂະຫຍາຍການປະຕິບັດບັນດາຂໍ້ກໍານົດຂອງເອກະສານນິຕິກຳ 2 ສະບັບກ່ຽວກັບຊາຍແດນທາງບົກ ຫວຽດນາມ - ລາວ ທີ່ ລັດຖະບານສອງປະເທດໄດ້ລົງນາມຢ່າງເຂັ້ມງວດ; ຈັດຕັ້ງການປະຕິບັດບັນດາເນື້ອໃນຮ່ວມມືລະຫວ່າງກົມໃຫຍ່ປ້ອງກັນຄວາມສະຫງົບ, ກົມໃຫຍ່ຕຳຫຼວດ (ກະຊວງປ້ອງກັນຄວາມສະຫງົບລາວ) ແລະກອງບັນຊາການທະຫານຊາຍແດນ (ກະຊວງປ້ອງກັນປະເທດຫວຽດນາມ) ຢ່າງສົມບູນ; ສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ; ຄຸ້ມຄອງ ແລະຄວບຄຸມຄົນ, ພາຫະນະເຂົ້າ-ອອກເມືອງ, ສິນຄ້ານໍາເຂົ້າ-ສົ່ງອອກຜ່ານດ່ານຊາຍແດນ ແລະດ່ານປະເພນີ; ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຜ່ານດ່ານຊາຍແດນ, ດ່ານປະເພນີ; ຄົ້ນພົບ, ຈັບຕົວ ແລະກັກຂັງເປົ້າໝາຍລະເມີດກົດໝາຍຢ່າງທັນການ ແລະແກ້ໄຂຖືກຕາມກົດໝາຍ.
ຄຽງຂ້າງນັ້ນ, ສອງຝ່າຍສືບຕໍ່ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຊຸກຍູ້ການເຄື່ອນໄຫວຢູ່ດ່ານຊາຍແດນ, ດ່ານປະເພນີ; ເປັນເສນາທິການໃຫ້ຄະນະຊີ້ນຳວຽກງານຊາຍແດນຂອງທັງສອງຝ່າຍເຫັນດີເປັນເອກະພາບລາຍງານໃຫ້ຂັ້ນເທິງປະກາດໃຊ້ແບບຟອມໜັງສືອະນຸຍາດໃຫ້ໄປມາຂ້າມຊາຍແດນຢ່າງທັນການ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຕ້ານ, ສະກັດກັ້ນບັນດາການເຄື່ອນໄຫວຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ, ບັນດາເປົ້າໝາຍລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ, ເງິນປອມ, ອາວຸດ, ທາດລະເບີດຂ້າມຊາຍແດນຢ່າງຜິດກົດໝາຍ, ອາດຊະຍາກຳເຕັກໂນໂລຊີສູງ, ການເຂົ້າ-ອອກເມືອງຜິດກົດໝາຍ ແລະການກະທຳລະເມີດກົດໝາຍອື່ນໆທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ສອງຟາກຊາຍແດນ.
ໂດຍ: ຈາງຫງວຽນ