ຝຶກອົບຮົມວຽກງານຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນບ່າຍວັນທີ 19 ກັນຍາ, ຢູ່ກອງພັນຝຶກຊ້ອມ - ເຄື່ອນທີ່, ກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ, ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ.
    |
 |
ບັນຍາກາດທີ່ຊຸດຝຶກອົບຮົມ. ພາບ: baothanhhoa.vn |
ເຂົ້າຮ່ວມຊຸດຝຶກອົບຮົມມີພະນັກງານສັງກັດບັນດາກອງຮ້ອຍຊາຍແດນ, ກອງບັນຊາການທະຫານແຂວງຫົວພັນ (ລາວ) 20 ຄົນ. ນີ້ແມ່ນການເຄື່ອນໄຫວປະຈຳປີເພື່ອປະກອບສ່ວນຍົກລະດັບຄວາມຮູ້ ແລະປະສົບການຂອງວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ - ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນສອງຝ່າຍ.
ໃນໄລຍະ 1 ເດືອນ, ນັກສໍາມະນາກອນຈະໄດ້ຮັບການຝຶກອົບຮົມກ່ຽວກັບເນື້ອໃນ: ປະຫວັດສາດການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ; ການຝຶກແອບ ແລະທົດສອບການຍິງປືນສັ້ນ K54 ບົດຮຽນທີ 1; ຄວາມຮັບຮູ້ທົ່ວໄປກ່ຽວກັບເຂດຊາຍແດນແຫ່ງຊາດ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງຫວຽດນາມ ແລະລາວ; ກົນອຸບາຍ ແລະເລລ່ຽມຂອງອິດທິກຳລັງທີ່ເປັນປໍລະປັກຕໍ່ກັບຫວຽດນາມ ແລະລາວ; ການລາດຕະເວນປ້ອງກັນຊາຍແດນ ແລະການນໍາໃຊ້ແຜນທີ່ເພື່ອກໍານົດເສັ້ນຊາຍແດນ;...
ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມ, ທ່ານພັນເອກພິເສດ ເລວັນນາມ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນແຂວງແທັງຮວ໊າ ຮຽກຮ້ອງໃຫ້ຄະນະຈັດຕັ້ງຮັບປະກັນຄຸນນະພາບການຝຶກອົບຮົມ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການດໍາລົງຊີວິດປະຈໍາວັນ, ການຮຽນໃຫ້ນັກສໍາມະນາກອນ.
ທ່ານພັນເອກພິເສດ ເລວັນນາມ ຍັງຮຽກຮ້ອງໃຫ້ນັກສຳມະນາກອນໝົດທຸກຄົນຕ້ອງຕັ້ງໃຈ, ມີຄວາມຮັບຜິດຊອບສູງ, ປະຕິບັດລະບຽບຂອງຊຸດຝຶກອົບຮົມຢ່າງເຂັ້ມງວດ; ຍາດແຍ່ງເວລາເພື່ອສຶກສາຄົ້ນຄວ້າ, ຮ່ຳຮຽນໃຫ້ໄດ້ຫຼາຍທີ່ສຸດ; ເພີ່ມທະວີການແລກປ່ຽນ ແລະຕິດຕໍ່ພົວພັນ, ນຳເອົາຄວາມຮູ້ທີ່ຮຽນມານຳໃຊ້ເຂົ້າໃນພຶດຕິກຳຕົວຈິງຢູ່ບັນດາອົງການ, ສຳນັກງານຂອງຕົນຢ່າງມີຫົວຄິດປະດິດສ້າງ.
ໂດຍ: ໄຊນີດາ