ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ໄປຢ້ຽມຊົມສະຖານທີ່ວັດທະນະທຳ, ປະຫວັດສາດຢູ່ຮ່າໂນ້ຍ
ກປ.ອອນໄລ - ຕອນເຊົ້າວັນທີ 16 ກັນຍາ, ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ນຳໂດຍສະຫາຍພົນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ໄປຢ້ຽມຊົມ ວັນໝຽວ-ກວກຕື້ຢາມ ແລະວິຫານ ຫງອກເຊີນ ເຊິ່ງແມ່ນສະຖານທີ່ວັດທະນະທຳ, ປະຫວັດສາດທີ່ມີຊື່ສຽງຢູ່ນະຄອນຫຼວງຮ່າໂນ້ຍ ເນື່ອງໃນໂອກາດມາ ເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບວຽກງານສື່ມວນຊົນຢູ່ຫວຽດນາມ.