ຄະນະຜູ້ແທນຂັ້ນສູງແຂວງເຊກອງ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງກວ໋າງນາມ ຂອງຫວຽດນາມ
ກປ.ອອນໄລ - ຕອນເຊົ້າວັນທີ 14 ກັນຍາ, ຄະນະຜູ້ແທນຂັ້ນສູງແຂວງເຊກອງ ຂອງລາວ ນໍາໂດຍສະຫາຍ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບການນຳແຂວງ ກວ໋າງນາມ ຂອງຫວຽດນາມ.
ຕ້ອນຮັບ ແລະເຮັດວຽກກັບຄະນະມີ: ສະຫາຍ ຟານຫວຽດເກື່ອງ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວ໋າງນາມ; ສະຫາຍ ເລຈິີ໊ແທ່ງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ; ສະຫາຍ ເຈິ່ນຊວນວີງ, ຮອງປະທານສະພາປະຊາຊົນແຂວງ; ...
ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ຟານຫວຽດເກື່ອງ ຢືນຢັນວ່າ ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງແຂວງເຊກອງ ມີຄວາມໝາຍສຳຄັນທີ່ສຸດ; ແມ່ນໂອກາດເພື່ອໃຫ້ການນຳຂອງສອງແຂວງໄດ້ປຶກສາຫາລືກ່ຽວກັບບັນຫາສຳຄັນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນໃຫ້ຫຼາຍກວ່າອີກ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: quangnam.gov.vn |
ໃນນັ້ນ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບການສົມທົບກັນຜັນຂະຫຍາຍການປະຕິບັດໂຄງການຕິດຕັ້ງສາຍໄຟຟ້າແຮງສູງ ຢູ່ເຂດຊາຍແດນເມືອງນາມຢາງ ເຊື່ອມຕໍ່ກັບເມືອງ ດັກຈຶງ, ຈາກເຂື່ອນໄຟຟ້າ ນ້ຳອີມູນ (ລາວ) ໄປຫາ ຫວຽດນາມ ຜ່ານດ່ານຊາຍແດນສາກົນນາມຢາງ. ປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງດ່ານຊາຍແດນ, ການເຂົ້າ-ອອກເມືອງ, ການນຳເຂົ້າ-ສົ່ງອອກ, ການເກັບພາສີສິນຄ້າຜ່ານດ່ານຊາຍແດນສາກົນນາມຢາງ-ດັກຕາອອກ.
ສະຫາຍ ຟານຫວຽດເກື່ອງ ເນັ້ນໜັກວ່າ “ເພື່ອໃຫ້ການເຮັດວຽກບັນລຸໄດ້ໝາກຜົນສູງສຸດ, ຂ້າພະເຈົ້າສະເໜີໃຫ້ບັນດາຜູ້ແທນແຂວງ ກວ໋າງນາມ ແລະແຂວງເຊກອງ ຕ້ອງສຸມໃສ່ແລກປ່ຽນບັນຫາທີ່ຍັງຄົງຄ້າງ, ຂໍ້ຈຳກັດ, ຄວາມຫຍຸ້ງຍາກ ໃນຂັ້ນຕອນການປະຕິບັດ, ກ່ຽວກັບເນື້ອໃນການພົວພັນລະຫວ່າງສອງແຂວງ”.
ເນື່ອງໃນໂອກາດນີ້, ການນຳແຂວງ ກວ໋າງນາມ ໄດ້ມອບຂອງທີ່ລະນຶກໃຫ້ສະຫາຍ ເຫຼັກໄຫຼ ສີວິໄລ ແລະ ບັນດາສະມາຊິກໃນຄະນະ.
ໂດຍ: ທະນາພອນ