ການນຳແຂວງແຄ໊ງຮ່ວາ ເຮັດວຽກກັບການນຳແຂວງອັດຕະປື, ແຂວງຈຳປາສັກ ແລະນະຄອນຫຼວງວຽງຈັນ
ກປ.ອອນໄລ - ຕອນບ່າຍວັນທີ 4 ມິຖຸນາ, ສະຫາຍ ເລຮື້ວຮ່ວາງ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງແຄ໊ງຮ່ວາ ໄດ້ມີການເຮັດວຽກກັບຄະນະປະຕິບັດງານແຂວງອັດຕະປື, ແຂວງຈໍາປາສັກ, ນະຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ບຸນເສີດ ເສດທິລາດ ຮອງເຈົ້າແຂວງໆ ອັດຕະປື, ສະຫາຍ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆ ຈໍາປາສັກ, ສະຫາຍ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ. ເຂົ້າຮ່ວມການເຮັດວຽກຍັງມີ ສະຫາຍ ນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ.
ທີ່ການເຮັດວຽກ, ສະຫາຍ ເລຮື້ວຮ່ວາງ ຢືນຢັນວ່າ ໃນໄລຍະຜ່ານມາ, ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງແຄ໊ງຮ່ວາ ແລະບັນດາທ້ອງຖິ່ນຂອງລາວ ຍາມໃດກໍ່ໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍຢ່າງດີງາມ ແລະນັບມື້ນັບໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ.
    |
 |
ສະຫາຍ ເລຮື້ວຮ່ວາງ (ເຄິ່ງກາງ) ຖ່າຍຮູບເປັນທີ່ລະນຶກກັບການນຳແຂວງອັດຕະປື, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ. ພາບ: baokhanhhoa.vn |
ເນື່ອງໃນໂອກາດນີ້, ສະຫາຍ ເລຮື້ວຮ່ວາງ ກໍ່ປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງແຄ໊ງຮ່ວາ ແລະແຂວງອັດຕະປື, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ ຈະສືບຕໍ່ຮັກສາບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ພິເສດແມ່ນບັນດາການເຄື່ອນໄຫວຂອງຊາວໜຸ່ມຢູ່ທ້ອງຖິ່ນຕ່າງໆ; ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງແຂວງແຄ໊ງຮ່ວາ ແລະລາວ. ສະນັ້ນ, ການນຳແຂວງ ຫວັງວ່າ ບັນດາຄະນະຈະໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສ່ວນບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດຂອງແຂວງແຄ໊ງຮ່ວາ ໄດ້ກວດກາຄືນ, ຊອກຫາກາລະໂອກາດຮ່ວມມື ກໍ່ຄືເປີດກວ້າງການເຄື່ອນໄຫວຢູ່ລາວ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງຝ່າຍ.
ການນຳ 3 ທ້ອງຖິ່ນຂອງລາວ ກໍ່ສະແດງຄວາມປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມງານບຸນທະເລ ຍາຈາງ - ແຄ໊ງຮ່ວາ 2023. ຄຽງຂ້າງນັ້ນ, ກໍ່ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນກັບແຂວງແຄ໊ງຮ່ວາ. ໃນນັ້ນ, ແມ່ນສຸມໃສ່ບັນດາຂົງເຂດຄື: ພັດທະນາກະສິກຳເຕັກໂນໂລຊີສູງ; ຖ່າຍທອດເຕັກໂນໂລຊີເຕັກນິກການລ້ຽງຮັງນົກແອ່ນຢູ່ໃນເຮືອນ; ບຳລຸງກໍ່ສ້າງນັກກິລາປະເພດຕ່າງໆຢູ່ແຂວງແຄ໊ງຮ່ວາ ມີທ່າແຮງ; ສົ່ງເສີມການລົງນາມໃນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງແຂວງແຄ໊ງຮ່ວາ ແລະນະຄອນຫຼວງວຽງຈັນ ໃນປີ 2023…
ໂດຍ: ຈາງຫງວຽນ