ຄະນະສະເພາະກິດແຂວງກອນຕຸມ ພົບປະສອງຝ່າຍກັບຄະນະປະຕິບັດງານພິເສດແຂວງອັດຕະປື (ລາວ)
ກປ.ອອນໄລ - ຕອນບ່າຍວັນທີ 3 ມິຖຸນາ, ຢູ່ແຂວງອັດຕະປື (ລາວ), ຄະນະສະເພາະກິດ ຂອງແຂວງກອນຕຸມ ນໍາໂດຍສະຫາຍ ອີຫງອກ ຮອງປະທານຄະນະກໍາມະການປະຊາຊົນແຂວງກອນຕຸມ, ຫົວໜ້າຄະນະສະເພາະກິດແຂວງກອນຕຸມ ໄດ້ມີການພົບປະສອງຝ່າຍກັບຄະນະປະຕິບັດງານພິເສດ ຂອງແຂວງອັດຕະປື (ລາວ) ນຳໂດຍສະຫາຍພົນຈັດຕະວາ ໂຊກໄຊ ພິມມະລາ ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື ພ້ອມດ້ວຍບັນດາສະມາຊິກໃນຄະນະສະເພາະກິດ, ຄະນະປະຕິບັດງານພິເສດຂອງສອງແຂວງ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: kontum.gov.vn |
ທີ່ການພົບປະ, ສອງຝ່າຍຕີລາຄາສູງຕໍ່ໝາກຜົນທີ່ບັນລຸໄດ້ໃນການສົມທົບກັນຈັດຕັ້ງຜັນຂະຫຍາຍປະຕິບັດລະຫວ່າງທຸກຂັ້ນ, ທຸກຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສອງແຂວງກ່ຽວກັບການປະຕິບັດວຽກງານຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນລະດູແລ້ງ 2022-2023. ໃນລະດູແລ້ງ 2022-2023, ກອງ K53 ຂຶ້ນກັບກອງບັນຊາການທະຫານແຂວງກອນຕຸມ ໄດ້ຊອກຄົ້ນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 6 ອັດຖິ ຢູ່ແຂວງອັດຕະປື. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນ, ໂຄງການ ແລະແຜນການຖອນກອງ K53 ກັບຄືນປະເທດ, ຈັດພິທີສົ່ງ, ມອບ-ຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງຫວຽດນາມ ກັບຄືນປະເທດ.
    |
 |
ຄະນະສະເພາະກິດແຂວງກອນຕຸມ ແລະຄະນະປະຕິບັດງານພິເສດແຂວງອັດຕະປື (ລາວ) ລົງນາມໃນບົດບັນທຶກການເຮັດວຽກ. ພາບ: kontum.gov.vn |
ກ່າວຄຳເຫັນທີ່ການພົບປະສອງຝ່າຍ, ສະຫາຍ ອີຫງອກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອຳນາດການປົກຄອງທຸກຂັ້ນ, ກຳລັງປະກອບອາວຸດ ແລະປະຊາຊົນແຂວງອັດຕະປື. ສະຫາຍ ອີຫງອກ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດຂອງແຂວງອັດຕະປື ຈະສືບຕໍ່ໂຄສະນາ, ຂົນຂວາຍບັນດາອົງການຈັດຕັ້ງມະຫາຊົນ ແລະປະຊາຊົນໃນແຂວງເຂົ້າຮ່ວມວຽກງານຊອກຄົ້ນ, ສະໜອງຂໍ້ມູນຂ່າວສານກ່ຽວກັບຂຸມຝັງສົບຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ; ພ້ອມກັນນັ້ນສ້າງທຸກເງື່ອນໄຂຊ່ວຍເຫຼືອ ກໍ່ຄືຮັບປະກັນຄວາມປອດໄພເພື່ອໃຫ້ກອງ K53 ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.
ໂດຍ: ທູຈາງ