ມອບຂອງຂວັນຂອງປະທານສະພາແຫ່ງຊາດໃຫ້ຊາວ ຫວຽດນາມ ອາໄສຢູ່ 4 ແຂວງພາກໃຕ້ຂອງລາວ
ກປ.ອອນໄລ - ວັນທີ 2 ມິຖຸນາ, ຢູ່ນະຄອນ ປາກເຊ, ແຂວງ ຈຳປາສັກ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ຈັດພິທີມອບຂອງຂວັນຂອງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຊາວ ຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ (ຈໍາປາສັກ, ອັດຕະປື, ສາລະວັນ, ເຊກອງ).