ໃຫ້ສັດຕະຍາບັນສັນຍາວ່າດ້ວຍການໜູນຊ່ວຍດ້ານຕຸລາການ ໃນຂົງເຂດພົນລະເຮືອນລະຫວ່າງ ຫວຽດນາມ ແລະລາວ
ກປ.ອອນໄລ - ຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະກົດໝາຍ, ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ຫາກໍ່ໄດ້ລົງນາມໃນຂໍ້ຕົກລົງສະບັບເລກທີ 588/2023/QD-CTN ວ່າດ້ວຍການໃຫ້ສັດຕະຍາບັນສັນຍາວ່າດ້ວຍການໜູນຊ່ວຍດ້ານຕຸລາການ ໃນຂົງເຂດພົນລະເຮືອນລະຫວ່າງ ຫວຽດນາມ ແລະລາວ ຕາມການສະເໜີຂອງລັດຖະບານ ໃນໃບຍື່ນສະເໜີສະບັບເລກທີ 269/TTr-CP ລົງວັນທີ 22 ພຶດສະພາ 2023.
ເມື່ອສັນຍາໄດ້ຮັບການໃຫ້ສັດຕະຍາບັນ ຈະປະກອບສ່ວນເຮັດໃຫ້ພື້ນຖານນິຕິກຳໃຫ້ແກ່ການຮ່ວມມືໜູນຊ່ວຍດ້ານຕຸລາການໃນຂົງເຂດພົນລະເຮືອນ ລະຫວ່າງບັນດາອົງການທີ່ມີສິດອຳນາດຂອງຫວຽດນາມ ແລະລາວ ມີຄວາມເປັນທັນສະໄໝ, ພ້ອມກັນນັ້ນຈະເປັນການເພີ່ມເຕີມຂໍ້ກຳນົດໃຫ້ແກ່ການປັບປຸງພື້ນຖານນິຕິກຳເພື່ອຮ່ວມກັນປະຕິບັດວຽກງານໝູນຊ່ວຍດ້ານຕຸລາການ ລະຫວ່າງສອງປະເທດໃຫ້ເປັນຢ່າງດີ, ປະກອບສ່ວນເພີ່ມທະວີການພົວພັນອັນດີງາມລະຫວ່າງສອງປະເທດ.
    |
 |
ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ. ພາບ: ສໍານັກຂ່າວສານຫວຽດນາມ |
ການໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ ແມ່ນເພື່ອແນໃສ່ຫັນນະໂຍບາຍຂອງພັກ ແລະລັດ ກ່ຽວກັບການເພີ່ມທະວີການຮ່ວມມືສາກົນໃນຂົງເຂດກົດໝາຍ ແລະຕຸລາການ ແລະປັບປຸງກົນໄກດ້ານນິຕິກໍາວ່າດ້ວຍການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ແລະນິຕິບຸກຄົນຫວຽດນາມ ອາໄສຢູ່ຕ່າງປະເທດຕາມມະຕິເລກທີ 27-NQ/TW ລົງວັນທີ 9 ພະຈິກ 2022 ທີ່ກອງປະຊຸມ ຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIII ວ່າດ້ວຍການສືບຕໍ່ກໍ່ສ້າງ ແລະປັບປຸງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃນໄລຍະໃໝ່.
ໂດຍ: ທູຈາງ