ການລາດຕະເວນສອງຝ່າຍ ເພື່ອປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ-ລາວ
ກປ.ອອນໄລ - ວັນທີ 1 ມິຖຸນາ, ຄ້າຍທະຫານຊາຍແດນ ມີ້ລີ (ກອງບັນຊາການທະຫານຊາຍແດນແຂວງ ເງະອານ) ພ້ອມກັບທະຫານລາດທ້ອງຖິ່ນ ສົມທົບກັບກອງຮ້ອຍທະຫານຊາຍແດນ 217 (ກອງບັນຊາການທະຫານແຂວງຫົວພັນ, ສປປ ລາວ) ຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ ຫວຽດນາມ-ລາວ.
ນີ້ແມ່ນການເຄື່ອນໄຫວສຳຄັນຂອງສອງຝ່າຍ ເພື່ອແນໃສ່ຄົ້ນພົບບັນດາກໍລະນີລະເມີດລະບຽບການຊາຍແດນຢ່າງທັນການ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ຊາຍແດນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຢູ່ເສັ້ນຊາຍແດນລວມ; ພ້ອມທັງ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນຢູ່ສອງຟາກຊາຍແດນ.
    |
 |
ການເຄື່ອນໄຫວລາດຕະເວນສອງຝ່າຍປະກອບສ່ວນປັບປຸງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງກໍາລັງປົກປັກຮັກສາຊາຍແດນຂອງສອງຝ່າຍເວົ້າສະເພາະ, ລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ. ພາບ: Truyenhinhhean.vn |
ກຳລັງລາດຕະເວນຜ່ານຜ່າຄວາມຫຍຸ້ງຍາກໃນສະພາບດິນຟ້າອາກາດ ແລະພູມີປະເທດທຸລະກັນດານ (ລາດຕະເວນທັງທາງບົກ ແລະແມ່ນ້ຳ) ກວດກາເສັ້ນຊາຍແດນ, ກວດກາສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ ແຕ່ຫຼັກໝາຍເລກທີ 397 ເຖິງຫຼັກໝາຍ ເລກທີ 397 (1). ຜ່ານການລາດຕະເວນເຫັນວ່າ ເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຍັງຮັກສາສະພາບເດີມ ແລະຮັບປະກັນຄວາມປອດໄພ.
ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງຖອດຖອນບົດຮຽນ, ລົງນາມໃນບົດບັນທຶກຮັບຮູ້ໝາກຜົນຂອງວຽກງານລາດຕະເວນ, ຄຸ້ມຄອງ, ປົກປັກຮັກສາຊາຍແດນໃນໄລຍະຜ່ານມາ, ວາງອອກແຜນນະໂຍບາຍ, ມາດຕະການ ແລະເຫັນດີເປັນເອກະພາບກ່ຽວກັບເວລາ, ຈໍານວນທະຫານໃຫ້ການລາດຕະເວນສອງຝ່າຍຄັ້ງຕໍ່ໄປ.
ໂດຍ: ຈາງຫງວຽນ