ວັດເຝິດຕິກ ຢູ່ວຽງຈັນ ຈັດຕັ້ງບັນດາການເຄື່ອນໄຫວໃນວັນເດັກນ້ອຍສາກົນ
ກປ.ອອນໄລ - ຕອນຄໍ່າວັນທີ 1 ມິຖຸນາ, ທີ່ວັດເຝິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະມອບຂອງຂວັນໃຫ້ລູກນ້ອງປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ທ້ອງຖິ່ນ.
    |
 |
ລາຍການສະແດງສິລະປະຂອງນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນທິທ້ວນ ທີ່ປຶກສາທູດ, ຜູ້ປະຈໍາການຄະນະປະຕິບັດງານປະຊາຄົມສະຖານທູດຫວຽດນາມ ປະຈໍາ ລາວ ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຕິດພັນກັບມູນເຊື້ອວັດທະນະທໍາ, ປະຫວັດສາດ ແລະມະນຸດຊາດຂອງຊາດຫວຽດນາມ.
ທ່ານນາງ ຫງວຽນທິທ້ວນ ເນັ້ນໜັກວ່າ ພັກ ແລະລັດຫວຽດນາມ-ລາວ ຍາມໃດກໍ່ເອົາໃຈໃສ່, ປົກປັກຮັກສາ, ເບິ່ງແຍງດູແລ ແລະສຶກສາ ໃຫ້ພວກນ້ອງ, ເພື່ອໃຫ້ພວກນ້ອງມີເງື່ອນໄຂພັດທະນາ; ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທິທ້ວນ ກໍ່ສະເໜີພໍ່ແມ່ນັກຮຽນຈົ່ງ ພ້ອມກັນກະທໍາ, ຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງເພື່ອອະນາຄົດ, ເພື່ອການພັດທະນາຮອບດ້ານຂອງເດັກນ້ອຍ ແລະສະຫງວນສິ່ງທີ່ດີງາມທີ່ສຸດໃຫ້ “ເດັກນ້ອຍ” ເຊິ່ງແມ່ນອະນາຄົດຂອງປະເທດຄວາມເອົາໃຈໃສ່, ເບິ່ງແຍງດູແລດີທີ່ສຸດ, ເພື່ອໃຫ້ພວກນ້ອງພັດທະນາຮອບດ້ານທັງຮ່າງກາຍ ແລະຈິດໃຈ, ສາມາດກາຍເປັນເສົາຄໍ້າຂອງສອງປະເທດລາວ-ຫວຽດນາມ ໃນອະນາຄົດ.
    |
 |
ຄະນະຈັດຕັ້ງມອບຂອງຂວັນໃຫ້ພວກນ້ອງນັກຮຽນເຊິ່ງແມ່ນລູກນ້ອງປະຊາຄົມຊາວຫວຽດນາມ ທີ່ ພວມດໍາລົງຊີວິດ ແລະເຮັດວຽກຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ສິ້ນສຸດລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ພວກນ້ອງນັກຮຽນເຊິ່ງແມ່ນລູກນ້ອງຂອງປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ນະຄອນຫຼວງວຽງຈັນ.
ໂດຍ: ໄຊນີດາ