ຝຶກອົບຮົມວຽກງານບໍາບັດການຕິດຢາເສບຕິດໃຫ້ກໍາລັງເຈົ້າໜ້າທີ່ ລາວ
ກປ.ອອນໄລ - ໂດຍໄດ້ຮັບການເຫັນດີຈາກການນໍາກະຊວງຕໍາຫຼວດ, ອົງການປະຈໍາຕ້ານ ແລະສະກັດກັ້ນຢາເສບຕິດຂອງຄະນະກໍາມະການແຫ່ງຊາດ ກ່ຽວກັບການຕ້ານ ແລະສະກັດກັ້ນ AIDS ແລະຕ້ານ ແລະສະກັດກັ້ນຢາເສບຕິດ, ໂສເພນີ ຫວຽດນາມ, ວັນທີ 28 ພຶດສະພາ ທີ່ດ່ານັ້ງ, ກົມຕໍາຫຼວດສືບສວນອາດຊະຍາກໍາຢາເສບຕິດ (CO4) ໄດ້ຈັດພິທີເປີດຊຸດຝຶກອົບຮົມກ່ຽວກັບວຽກງານບໍາບັດການຕິດຢາເສບຕິດ ແລະຟື້ນຟູໃຫ້ແກ່ຜູ້ຕິດຢາເສບຕິດໃຫ້ກໍາລັງເຈົ້າໜ້າທີ່ ແຫ່ງ ສປປ ລາວ.
ກ່າວຄໍາເຫັນທີ່ພິທີເປີດ, ທ່ານພັນເອກ ຮວ່າງເຕິມຮ໊ຽວ, ຮອງຫົວໜ້າກົມ CO4 ໃຫ້ຮູ້ວ່າ ຊຸດຝຶກອົບຮົມຄັ້ງນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືປະຈໍາປີທີ່ແທດຈິງ, ນອນໃນຂອບເຂດຂອງສັນຍາ ແລະບົດບັນທຶກຊ່ວຍຈໍາລະຫວ່າງສອງລັດຖະບານ ແລະກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບ ລາວ.
    |
 |
ທ່ານພັນເອກ ຮວ່າງເຕິມຮ໊ຽວ ຮອງຫົວໜ້າກົມຕໍາຫຼວດສືບສວນອາດຊະຍາກໍາຢາເສບຕິດ ກ່າວຄໍາເຫັນເປີດພິທີ. ພາບ: nhandan.vn |
ຊຸດຝຶກອົບຮົມກໍ່ແມ່ນໂອກາດເພື່ອໃຫ້ເພື່ອນຮ່ວມອາຊີບຂອງສອງປະເທດ ໄດ້ແບ່ງປັນບົດຮຽນເພື່ອຍົກປະສິດທິຜົນວຽກງານບໍາບັດການຕິດຢາເສບຕິດ ແລະຟື້ນຟູໃຫ້ສູງກວ່າອີກ; ປະກອບສ່ວນເຮັດໃຫ້ຄວາມຕ້ອງການຊື້ຢາເສບຕິດຢູ່ແຕ່ລະປະເທດຫຼຸດລົງ.
    |
 |
ທ່ານພັນເອກ ວົງໄຊ ພັນທະວົງ ຮອງເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະຄວບຄຸມຢາເສບຕິດ ແຫ່ງ ສປປ ລາວ ກ່າວຄໍາເຫັນທີ່ພິທີ. ພາບ: nhandan.vn |
ທ່ານພັນເອກ ວົງໄຊ ພັນທະວົງ ຮອງເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະຄວບຄຸມຢາເສບຕິດ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ ບັນຫາຢາເສບຕິດແມ່ນບັນຫາລວມຂອງບັນດາປະເທດໃນພາກພື້ນ ແລະສາກົນ, ເປັນໄພອັນຕະລາຍຢ່າງຮ້າຍແຮງ, ເປັນສາຍເຫດທີ່ພາໃຫ້້ເກີດອາດຊະຍາກໍາປະເພດຕ່າງໆ, ທໍາລາຍຊີວິດ, ຊັບສິນ, ສົ່ງຜົນສະທ້ອນເຖິງສຸຂະພາບ, ກໍ່ຄວາມບໍ່ສະຫງົບໃຫ້ແກ່ຄອບຄົວ ແລະສັງຄົມ, ກໍ່ຄວາມວຸ້ນວາຍ, ຄວາມບໍ່ເປັນລະບຽບຮຽບຮ້ອຍ, ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ, ສັງຄົມ.
    |
 |
ບັນດາຜູ້ແທນ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: nhandan.vn |
ທ່ານພັນເອກ ວົງໄຊ ພັນທະວົງ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະປະຊາຊົນຫວຽດນາມ, ກົມ C04 ກະຊວງຕໍາຫຼວດຫວຽດນາມ ທີ່ໄດ້ຈັດຊຸດຝຶກອົບຮົມ ເພື່ອກໍ່ສ້າງກໍາລັງແຮງ ແລະຍົກລະດັບຄວາມຮັບຮູ້ໃຫ້ແກ່ພະນັກງານປ້ອງກັນຄວາມສະຫງົບ ລາວ, ເປັນຕົ້ນແມ່ນໃນຂົງເຂດບໍາບັດການຕິດຢາເສບຕິດ ແລະຕິດຕາມ, ຄຸ້ມຄອງຜູ້ຕິດຢາເສບຕິດຫຼັງການບໍາບັດ.
ດ້ວຍຄວາມຮູ້ ແລະບົດຮຽນທີ່ແລກປ່ຽນຜ່ານຊຸດຝຶກອົບຮົມໃນຄັ້ງນີ້, ກໍາລັງຕ້ານ ແລະສະກັດກັ້ນຢາເສບຕິດ ແຫ່ງ ສປປ ລາວ ຈະສືບຕໍ່ໝູນໃຊ້ເຂົ້າໃນວຽກງານຂອງຕົນຢ່າງມີຫົວຄິດປະດິດສ້າງ, ປະກອບສ່ວນຍົກສູງປະສິດທິຜົນໃນການຕໍ່ສູ້, ຕ້ານ ແລະສະກັດກັ້ນຢາເສບຕິດລະຫວ່າງສອງປະເທດ ຫວຽດນາມ-ລາວ.
ຊຸດຝຶກອົບຮົມ ດໍາເນີນແຕ່ວັນທີ 28 ພຶດສະພາ ຫາວັນທີ 2 ມິຖຸນາ 2023.
ໂດຍ: ໄຊຊະນະ