ການນຳສອງແຂວງຫຼວງພະບາງ ແລະຜົ້ງສາລີ ເນັ້ນໜັກວ່າ: ແຂວງດ້ຽນບຽນ ມີເວລາ 20 ປີ ເພື່ອພັດທະນາຕົ້ນໝາກ Macadamia ແລະບັນດາແຂວງພາກເໜືອຂອງລາວ ຈະມີທ່າໄດ້ປຽບ ຖ້າແຂວງດ້ຽນບຽນ ໃຫ້ການຊ່ວຍເຫຼືອດ້ານເຕັກນິກ, ປະສົບການ... ໃນການປູກຕົ້ນໄມ້ນີ້. ການສໍາຫຼວດ ແລະການຮຽນຮູ້ບົດຮຽນໃນຄັ້ງນີ້ກໍ່ໄດ້ປະກອບສ່ວນເພີ່ມຄວາມເຊື່ອໝັ້ນ ແລະຄວາມຕັດສິນໃຈ ເພື່ອໃຫ້ບັນດາແຂວງພາກເໜືອຂອງລາວ ຜັນຂະຫຍາຍບັນດາໂຄງການປູກຕົ້ນໝາກ Macadamia.

leftcenterrightdel
ສະຫາຍ ເຈິ່ນກວກເກື່ອງ ເລຂາພັກແຂວງດ້ຽນບຽນ ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະປະຕິບັດງານ. ພາບ: baodienbienphu.com.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍນາງ ກ່ຽວທິຮັ່ງຟຸກ ຫົວໜ້າສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືໃນບັນດາຂົງເຂດຕ່າງໆລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ຈະນັມມື້ນັບເຂົ້າສູ່ລວງເລິກ.

ສະຫາຍ ເຈິ່ນກວກເກື່ອງ ໄດ້ສະເໜີໃຫ້ບັນດາແຂວງພາກເໜືອຂອງລາວ ຄົ້ນຄວ້າສະພາບດິນຟ້າອາກາດຢ່າງລະອຽດ... ຮັບໃຊ້ການປູກຕົ້ນໄມ້ ແລະການພັດທະນາຕົ້ນໝາກ Macadamia ຢູ່ທ້ອງຖິ່ນໃນໄລຍະຈະມາເຖິງ; ພະຍາຍາມສ້າງເຂດການຜະລິດຢູ່ 3 ແຂວງເພື່ອປະຕິບັດການແລກປ່ຽນ, ການຄ້າຢູ່ຕາມດ່ານຊາຍແດນແຫ່ງຕ່າງໆລະຫວ່າງສອງປະເທດ. ສະຫາຍ ປາດຖະໜາວ່າ ສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ ຈະສືບຕໍ່ເອົາໃຈໃສ່, ຮ່ວມເດີນທາງ, ເຊື່ອມຕໍ່ ແລະຈັດຕັ້ງ ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງແຂວງ ດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ເພື່ອຮ່ວມມື,  ບໍ່ພຽງແຕ່ພັດທະນາຕົ້ນໝາກ Macadamia ເທົ່ານັ້ນ ຫາກຍັງພັດທະນາການປູກຕົ້ນໄມ້ປະເພດອື່ນໆທີ່ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງອີກດ້ວຍ. ຜ່ານນັ້ນ, ເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງບັນດາແຂວງພາກເໜືອຂອງລາວ ແລະດ້ຽນບຽນ; ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.

ໂດຍ: ທະນາພອນ