ຍູ້ແຮງການຮ່ວມມືດ້ານເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ ແລະ ລາວ
ກປ.ອອນໄລ - ຕອນບ່າຍວັນທີ 28 ພຶດສະພາ, ກອງປະຊຸມສອງຝ່າຍ ຄັ້ງທີ 2 ລະຫວ່າງສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະກະຊວງເຕັກໂນໂລຊີ ແລະການສື່ສານລາວ ໄດ້ດຳເນີນຢູ່ຮ່າໂນ້ຍ.
ສະຫາຍ ບັນດິດ ສຈ ເຈົາວັນມິນ, ປະທານສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານລາວ ເປັນປະທານຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ບັນດິດ ສຈ ເຈົາວັນມິນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາຫົວໜ່ວຍສອງຝ່າຍໃນໂລຍະຜ່ານມາໄດ້ຕັ້ງໜ້າແລກປ່ຽນ, ເຈລະຈາ ແລະສ້າງແຜນການຮ່ວມມືຢ່າງລະອຽດແນໃສ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືດ້ານເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະກະຊວງເຕັກໂນໂລຊີ ແລະການສື່ສານລາວ ກໍ່ຄືບັນດາເນື້ອໃນບົດບັນທຶກກອງປະຊຸມ ຄັ້ງທຳອິດ.
    |
 |
ສະຫາຍ ບັນດິດ ສຈ ເຈົາວັນມິນ ແລະສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ໄດ້ເຊັນບົດບັນທຶກກອງປະຊຸມຄັ້ງທີ 2 ລະຫວ່າງສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະກະຊວງເຕັກໂນໂລຊີ ແລະການສື່ສານລາວ. ພາບ: dangcongsan.vn |
ທີ່ກອງປະຊຸມ ຄັ້ງນີ້, ສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ສະແດງຄວາມປິຕິຊົມຊື່ນເມື່ອກັບມາເຮັດວຽກກັບສະພາມະຫາບັນດິດໃນຖານະຕໍາແໜ່ງໃໝ່, ເປັນລັດຖະມົນຕີການກະຊວງເຕັກໂນໂລຊີ ແລະການສື່ສານລາວ. ສະພາມະຫາບັນດິດເປັນຄູ່ຮ່ວມມືວິທະຍາສາດ ແລະເຕັກໂນໂລຊີທີ່ສຳຄັນຂອງບັນດາຫົວໜ່ວຍຄົ້ນຄວ້າຂອງລາວ, ໃນນັ້ນມີກະຊວງເຕັກໂນໂລຊີຂໍ້ມູນຂ່າວສານ. ບົນພື້ນຖານການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ບັນດາການເຄື່ອນໄຫວຮ່ວມມືຮອບດ້ານທີ່ສອງຝ່າຍໄດ້ປະຕິບັດໃນເກືອບໜຶ່ງປີທີ່ຜ່ານມາແມ່ນການເປີດສາກທີ່ດີງາມເພື່ອໃຫ້ສອງຝ່າຍຜັນຂະຫຍາຍວຽກງານສົມທົບກັນກໍ່ສ້າງ, ພັດທະນາເຕັກໂນໂລຊີໃນໄລຍະຫັນປ່ຽນດີຈີຕອນປະຈຸບັນຢ່າງມີປະສິດທິຜົນກວ່າອີກ.
ສິ້ນສຸດກອງປະຊຸມ, ສະຫາຍ ບັນດິດ ສຈ ເຈົາວັນມິນ ແລະສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ໄດ້ເຊັນບົດບັນທຶກກອງປະຊຸມຄັ້ງທີ 2 ລະຫວ່າງສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະກະຊວງເຕັກໂນໂລຊີ ແລະການສື່ສານລາວ.
ໂດຍ: ຈາງຫງວຽນ