ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລັດເຊຍ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ
ກປ.ອອນໄລ - ຕອນບ່າຍວັນທີ 9 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານພັນເອກ Belosludtsev Sergey Vladimirovich ເນື່ອງໃນໂອກາດມາຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດ ສະຫະພັນລັດເຊຍ ປະຈໍາ ຫວຽດນາມ.
    |
 |
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລະທ່ານພັນເອກ Belosludtsev Sergey Vladimirovich. ພາບ: qdnd.vn |
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຊົມເຊີຍທ່ານພັນເອກ Belosludtsev Sergey Vladimirovich ໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາທູດປ້ອງກັນຊາດສະຫະພັນລັດເຊຍ ປະຈໍາຫວຽດນາມ; ທ່ານ ເຊື່ອໝັ້ນວ່າ, ທ່ານພັນເອກ Belosludtsev Sergey Vladimirovich ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ. ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ສະຫະພັນລັດເຊຍ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ແລະບັນລຸຫຼາຍໝາກຜົນສໍາຄັນໃນທຸກຂົງເຂດ, ພົ້ນເດັ່ນແມ່ນ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮັກສາກົນໄກຮ່ວມມືຢ່າງມີປະສິດທິຜົນ ຄື ການເຈລະຈາຍຸດທະສາດດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ບັນດາອົງການ, ກົມກອງ, ວິທະຍາຄານ, ໂຮງຮຽນ, ການຮ່ວມມືຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີໃນຂອບເຂດສູນເຂດຮ້ອນຫວຽດນາມ - ລັດເຊຍ; ປະສານສົມທົບຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍສາກົນກ່ຽວກັບການປ້ອງກັນຊາດ.
    |
 |
ບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ສະເໜີທ່ານພັນເອກ Belosludtsev Sergey Vladimirovich ສືບຕໍ່ສົມທົບກັນຢ່າງມີປະສິດທິພົນກັບກົມພົວພັນຕ່າງປະເທດ ແລະບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ; ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ພັນເອກ Belosludtsev Sergey Vladimirovich ປະຕິບັດສໍາເລັດອາຍຸການປະຕິບັດງານຂອງຕົນ.
ສ່ວນທ່ານພັນເອກ Belosludtsev Sergey Vladimirovich ສະແດງຄວາມເປັນກຽດທີ່ໄດ້ຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດສະຫະພັນລັດເຊຍ ປະຈໍາຢູ່ຫວຽດນາມ; ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ; ຢັ້ງຢືນວ່າ ບົນຖານະຕໍາແໜ່ງຂອງຕົນ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ.
ໂດຍ: ໄຊນີດາ