ທ່ານພົນໂທ ເຈືອງທຽນໂຕ ຖະຫວາຍດອກໄມ້ ແລະທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຕາແສງບາຢາ
ກປ.ອອນໄລ - ຕອນເຊົ້າວັນທີ 3 ສິງຫາ, ທ່ານພົນໂທ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄອບຄົວ ໄດ້ໄປຖະຫວາຍດອກໄມ້ ແລະທູບທຽນ ອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີ ເຊີນຕິ້ງ, ອະນຸສາວະລີໄຊຊະນະ ບາຢາ ແລະສຸສານນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຕາແສງ ບາຢາ (ແຂວງ ກວາງຫງາ໊ຍ).