ເພື່ອກະກຽມໃຫ້ແກ່ທະຫານເຄື່ອນຖີ່ອອກສູ່ພາກເໜືອປະຕິບັດໜ້າທີ່, ກົມໃຫຍ່ພະລາທິການ-ເຕັກນິກໄດ້ມອບໃຫ້ກົມລົດຈັກ-ຂົນສົ່ງ ກະກຽມແຜນການ ແລະຍື່ນສະເໜີໃຫ້ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ກົມໃຫຍ່ລົດຈັກ-ຂົນສົ່ງ ຍັງປະສານສົມທົບກັບບໍລິສັດໃຫຍ່ທາງລົດໄຟຫວຽດນາມ ເພື່ອກະກຽມ 3 ຂະນວນລົດໄຟ ເພື່ອຂົນສົ່ງທະຫານໄປຮ່າໂນ້ຍ. ສໍາລັບໜ້າທີ່ຂົນສົ່ງທາງບົກ, ພາຫະນະທີ່ບັນຈຸທະຫານ ແລະວັດຖຸອຸປະກອນທັງໝົດໄດ້ຮັບການກວດກາ, ຮັບປະກັນສະພາບເຕັກນິກທີ່ດີ; ຖັນແຖວຜູ້ຂັບລົດໄດ້ຮັບການຝຶກອົບຮົມຢ່າງມີແບບມີແຜນ. ກຳລັງຂົນສົ່ງຮັບປະກັນໃຫ້ແກ່ບັນດາກົມກອງເຄື່ອນທີ່ໄປຮອດສະຖານທີ່ເຕົ້າໂຮມລວມມີລົດ 114 ຄັນປະເພດຕ່າງໆ. ກົມລົດຈັກ-ຂົນສົ່ງ ໄດ້ສົມທົບກັບກໍາລັງຕໍາຫຼວດຈະລາຈອນນະຄອນຮ່າໂນ້ຍ ເພື່ອຮັບປະກັນການສັນຈອນໄປມາຢ່າງສະດວກ ແລະປອດໄພ.

leftcenterrightdel
 
leftcenterrightdel
 
leftcenterrightdel
ນັກຮົບເກົ່າ, ສະມາຊິກຊາວໜຸ່ມເປັນຈໍານວນຫຼວງຫຼາຍ ຕ້ອນຮັບກ້ອນກໍາລັງເຂົ້າຮ່ວມການສວນສະໜາມເດີນຂະບວນຢູ່ສະຖານີລົດໄຟຮ່າໂນ້ຍ ໃນວັນທີ 6 ມິຖຸນາ. ພາບ: ຮ໊ຽວຮືງຈູງ

ປະຈຸບັນ, ບັນດາກ້ອນກຳລັງທີ່ເຂົ້າຮ່ວມການສວນສະໜາມເດີນຂະບວນໄດ້ເຄື່ອນຍ້າຍໄປຮອດສະຖານທີ່ເຕົ້າໂຮມ, ຈັດແຈງບ່ອນກິນ ບ່ອນຢູ່ໃຫ້ເປັນປົກກະຕິຢ່າງຮີບດ່ວນ, ພ້ອມທີ່ຈະປະຕິບັດໜ້າທີ່.

ໂດຍ: ທູຈາງ