ຕາງໜ້າການນໍາຄະນະພັກການທະການສູນກາງ, ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຈິ້ງວັນກວຽດ ຂອບໃຈທ່ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ທີ່ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ; ຖືນີ້ແມ່ນການລະດົມກໍາລັງໃຈອັນໃຫຍ່ຫຼວງ, ປະກອບສ່ວນເຂົ້າຜົນສໍາເລັດລວມຂອງພິທີສະເຫຼີມສະຫຼອງ.

ທ່ານພົນໂທ ຈິ້ງວັນກວຽດ ແຈ້ງໃຫ້ທ່ານພົນໂທ ທອງລອຍ ສີລິວົງ ຮັບຊາບກ່ຽວກັບການເຄື່ອນໄຫວ ເຊິ່ງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ, ຂອບໃຈຢ່າງຈິງໃຈມາຍັງກະຊວງປ້ອງກັນປະເທດລາວ ທີ່ໄດ້ຈັດສົ່ງຄະນະດົນຕີກອງທັບມາເຂົ້າຮ່ວມລາຍການ “ພົບປະແລກປ່ຽນດົນຕີກອງທັບປີ 2024” ແລະຈັດສົ່ງຄະນະສະແດງສິລະປະມາສະແດງຢູ່ບັນດາກົມກອງໃນກອງທັບຂອງຫວຽດນາມ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ. ພາບ: qdnd.vn

ທີ່ພິທີຕ້ອນຮັບ, ທ່ານພົນໂທ ຈິ້ງວັນກວຽດ ເນັ້ນໜັກວ່າ ບົນໝາກຜົນການພົບປະສອງຝ່າຍລະຫວ່າງຫົວໜ້າກົມໃຫຍ່ການເມືອງສອງທ່ານເມື່ອເດືອນ ສິງຫາ 2024, ແຜນການຮ່ວມມືປີ 2025, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ໄດ້ໃຫ້ບຸລິມະສິດຊຸກຍູ້; ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍໄດ້ຫັນເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບໃຫ້ເປັນອັນລະອຽດ, ສຸມໃສ່ເຂົ້າບັນດາຂົງເຂດ: ການບໍາລຸງສ້າງ, ຝຶກອົບຮົມ; ວຽກງານພັກ, ວຽກງານການເມືອງ; ກໍ່ສ້າງເຂດອານຸສອນສະຖານ, ປົວແປງ, ບູລະນະອານຸສາວະລີ...

ເນື່ອງໃນໂອກາດນີ້, ທ່ານພົນໂທ ຈິ້ງວັນກວຽດ ໄດ້ຂອບໃຈຢ່າງຈິງໃຈມາຍັງກະຊວງປ້ອງກັນປະເທດລາວ ທີ່ໄດ້ຈັດສົ່ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024 (ດໍາເນີນແຕ່ວັນທີ 19 ຮອດວັນທີ 22 ທັນວາ); ວິສາຫະກິດປ້ອງກັນຊາດລາວ ມາເຂົ້າຮ່ວມວາງສະແດງ, ແນະນໍາຜະລິດຕະພັນທີ່ງານວາງສະແດງ, ຜ່ານນັ້ນ ປະກອບສ່ວນສໍາຄັນເຂົ້າຜົນສໍາເລັດຂອງເຫດການ.

ທ່ານພົນໂທ ທອງລອຍ ສີລິວົງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ທ່ານໄດ້ຊົມເຊີຍ ຕໍ່ການພັດທະນາ, ການເຕີບໂຕ ແລະມູນເຊື້ອສະຫງ່າງາມຂອງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໃນຕະຫຼອດ 80 ປີຜ່ານມາ; ໂດຍເນັ້ນໜັກວ່າ ບົດບາດຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ປະກອບສ່ວນກໍ່ສ້າງກອງທັບປະຊາຊົນຫວຽດນາມ ມີຄວາມໜັກແໜ້ນກ່ຽວກັບດ້ານການເມືອງ, ສ້າງກໍາລັງຜັກດັນໃນການກໍ່ສ້າງແນວຄິດ, ຄຸນທາດການເມືອງໃຫ້ໝັ້ນຄົງເຂັ້ມແຂງແກ່ຖັນແຖວພະນັກງານກອງທັບປະຊາຊົນຫວຽດນາມ ປະຕິບັດສຳເລັດທຸກໜ້າທີ່ເຊິ່ງພັກ ແລະກອງທັບມອບໝາຍໃຫ້ເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານພົນໂທ ທອງລອຍ ສີລິວົງ ສະແດງຄວາມຂອບໃຈມາຍັງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ການຊ່ວຍເຫຼືອຫຼາຍຢ່າງໃນຂົງເຂດວຽກງານພັກ, ວຽກງານການເມືອງ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຝືກອົບຮົມພະນັກງງານ, ກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ວຽກງານ, ວຽກງານຂໍ້ມູນຂ່າວສານ, ສື່ມວນຊົນ,...

ຕາງໜ້າການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ທ່ານພົນໂທ ທອງລອຍ ສີລິວົງ ໄດ້ຂອບໃຈມາຍັງພັກກອມມູນິດຫວຽດນາມ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະຫງວນການຊ່ວຍເຫຼືອ, ໜູນຊ່ວຍທີ່ຈິງໃຈໃຫ້ກອງທັບປະຊາຊົນ, ກົມໃຫຍ່ການເມືອງ ກອງທັບປະຊາຊົນ ລາວ ໃນຕະຫຼອດໄລຍະຜ່ານມາ; ທ່ານຢັ້ງຢືນວ່າ ຍາມໃດກໍ່ຈະມານະພະຍາຍາມຮັດແໜ້ນການພົວພັນສະໜິດແໜ້ນລະຫວ່າງກອງທັບສອງປະເທດ, ສອງກົມໃຫຍ່ການເມືອງກອງທັບປະຊາຊົນສອງປະເທດ.

ໂດຍ: ໄຊນີດາ