ທີ່ການເຂົ້າຢ້ຽມຂໍ່ານັບ, ທ່ານພົນເອກ ຟານວັນຢາງ ຊົມເຊີຍ ລາວ ທີ່ເຮັດສໍາເລັດບົດບາດເປັນປະທານອາຊຽນ 2024 ດ້ວຍຫຼາຍກອງປະຊຸມທີ່ສໍາຄັນ; ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນ ແລະຮ່ວມເດີນທາງພ້ອມກັບລາວ ໃນປີທີ່ສໍາຄັນນີ້.
    |
 |
ທ່ານພົນເອກ ຟານວັນຢາງ ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ. ພາບ: ທູຈາງ. |
ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ໃນນະໂຍບາຍການຕ່າງປະເທດຂອງຕົນ, ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະໃຫ້ບຸລິມະສິດແຖວໜ້າໃນການພົວພັນກັບລາວ. ຫວຽດນາມ ຍາມໃດກໍຈົດຈໍາຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະມີປະສິດທິຜົນທີ່ ພັກ, ລັດ, ກອງທັບ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ແກ່ຫວຽດ ນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະປົກປັກຮັກສາໃນປັດຈຸບັນ, ພິເສດແມ່ນການສະໜັບສະໜູນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃນການຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ.
ທ່ານພົນເອກ ຟານວັນຢາງ ໄດ້ແຈ້ງໃຫ້ທ່ານ ທອງລຸນ ສີສຸລິດ ຮັບຊາບກ່ຽວກັບສະພາບການຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ຜົນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ໃນໄລຍະຜ່ານມາ; ຫວັງວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດເພີ່ມທະວີການພົວພັນຮ່ວມມື, ເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດສົມເປັນເສົາຄໍ້າໜຶ່ງທີ່ສໍາຄັນໃນການພົວພັນ ຫວຽດນາມ-ລາວ.
    |
 |
ບັນຍາກາດທີ່ການເຂົ້າຢ້ຽມຂໍ່ານັບ. ພາບ: ທູຈາງ. |
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ສໍາຄັນ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່ ແລະຖືຜົນສໍາເລັດຂອງຫວຽດນາມ ແມ່ນແຫຼ່ງກໍາລັງໃຈ, ບົດຮຽນອັນລໍ້າຄ່າຕໍ່ກັບ ລາວ ໃນພາລະກິດສ້າງສາ ແລະພັດທະນາປະເທດ; ສະແດງຄວາມປິຕິຊົມຊື່ນກ່ຽວກັບຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ທີ່ນັບມື້ນັບພັດທະນາ ແລະເຂົ້າສູ່ລວງເລິກ; ຂອບໃຈຢ່າງເລິກ ເຊິ່ງກ່ຽວກັບການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ທັນການ ແລະມີປະສິດທິຜົນ ເຊິ່ງ ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ແກ່ລາວ ນັບແຕ່ກ່ອນມາຮອດປັດຈຸບັນ; ຢັ້ງຢືນວ່າ ລາວ ຈະພ້ອມກັບຫວຽດນາມ ປົກປັກຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະສືບທອດໃຫ້ແກ່ຄົນພາຍພາກໜ້າກ່ຽວກັບການພົວພັນພິເສດນີ້.
ທ່ານ ທອງລຸນ ສີສຸລິດ ຕີລາຄາສູງການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ; ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບພັດທະນາໃນໄລຍະຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຢັ້ງຢືນວ່າ ນີ້ແມ່ນເສົາຄໍ້າໜຶ່ງທີ່ສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ.
ຕີລາຄາສູງມູນເຊື້ອ, ຜົນການຮ່ວມມືລະຫວ່າງກອງທັບສອງປະເທດ ໃນເມື່ອກ່ອນ ກໍຄືໃນປັດຈຸບັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະເໜີກະຊວງປ້ອງກັນປະເທດສອງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ, ປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ຢ່າງມີໄຊ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍອະນຸສັນຍາ, ແຜນການຮ່ວມມືລະຫວ່າງສອງຝ່າຍໃຫ້ມີປະສິດທິຜົນ, ສືບຕໍ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບຄວາມໝາຍປະຫວັດສາດ, ຄວາມສໍາຄັນຂອງການພົວພັນສາມັກຄີພິເສດ ລາວ-ຫວຽດນາມ ໃນທົ່ວກອງທັບ.
ໂດຍ: ໄຊຊະນະ