ຕາມທ່ານພັນໂທ ເຈິ່ນດີ່ງຮຸຍ ຫົວໜ້າຫ້ອງການເມືອງພະລາທິການ-ເຕັກນິກ ຕໍາຫຼວດທະເລເຂດ 1 ແລ້ວ, ວຽກງານຮັບປະກັນພະລາທິການໃຫ້ກໍາລັງປະຕິບັດໜ້າທີ່ຢູ່ທະເລ ແມ່ນຫຍຸ້ງຍາກກວ່າຫຼາຍເມື່ອທຽບໃສ່ການຮັບປະກັນພະລາທິການຢູ່ເຂດດິນຕໍ່ແຜ່ນ ເພາະວ່າໃນການລາດຕະເວນຢູ່ທະເລແຕ່ລະຄັ້ງ, ຕ້ອງດໍາເນີນເປັນເວລາ 45-60 ວັນ ໃນເງື່ອນໄຂຄື້ນໃຫຍ່, ລົມແຮງ, ຫ່າງໄກຈາກດິນຕໍ່ແຜ່ນ. ເພື່ອຮັບປະກັນຄວາມຕ້ອງການດ້ານພະລາທິການໃຫ້ກຳລັງປະຕິບັດໜ້າທີ່, ວຽກງານກະກຽມຢູ່ແຄມຝັ່ງແມ່ນສຳຄັນທີ່ສຸດ.

ກ່ອນອື່ນໝົດ, ຫ້ອງການພະລາທິການ-ເຕັກນິກ ຕ້ອງເປັນເຈົ້າການສ້າງແຜນການ, ແຜນງານຮັບປະກັນພະລາທິການຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່ ແລະສະພາວະການ; ໃຫ້ບຸລິມະສິດຮັບປະກັນໃຫ້ກຳລັງປະຕິບັດໜ້າທີ່ຢູ່ເຂດຈຸດສຸມ. ບົນພື້ນຖານຄວາມຮຽກຮ້ອງຕ້ອງການ, ໜ້າທີ່, ຫ້ອງການພະລາທິການ-ເຕັກນິກ ໄດ້ຈັດຕັ້ງການແຮໄວ້ວັດຖຸພະລາທິການທຸກປະເພດຢ່າງຄົບຖ້ວນຕາມຂໍ້ກຳນົດ; ພ້ອມທັງປະຕິບັດວຽກງານປະສານງານລະຫວ່າງອົງການພະລາທິການ-ເຕັກນິກ ບັນດາກົມກອງໃນກຸ່ມກຳລັງກັບອົງການພະລາທິການ-ເຕັກນິກຂັ້ນເທິງ, ກົມກອງເພື່ອນ, ຖືການຮັບປະກັນຢູ່ແຄມທະເລ, ສະຖານທີ່ເປັນຫຼັກ, ສົມທົບກັບການຊ່ວຍເຫຼືອ, ໜູນຊ່ວຍຂອງຂັ້ນເທິງ.

leftcenterrightdel
ພາລະກອນກຳປັ່ນຕໍາຫຼວດທະເລ ເລກທີ 8004 (ກອງເຮືອ 11, ຕໍາຫຼວດທະເລເຂດ 1) ກະກຽມຄາບເຂົ້າໃຫ້ພະນັກງານ, ລູກເຮືອປະຕິບັດໜ້າທີ່ຢູ່ທະເລ. ພາບ: ເຈິ່ນກິ່ງ

ເພື່ອເປັນເຈົ້າການແຫຼ່ງສະບຽງອາຫານຢູ່ກັບທີ່, ອົງການພະລາທິການ-ເຕັກນິກໄດ້ວາງແຜນຜັງ ແລະລົງທຶນກໍ່ສ້າງເຂດເພີ່ມພູນຜະລິດຜົນລວມສຸມ, ປູກຜັກດ້ວຍວິທີໄຮໂດຼລິກ, ປູກຜັກໃນເຮືອນແກ້ວ... ຕາມເຕັກນິກໃໝ່. ພ້ອມກັນນັ້ນ, ເປັນເສນາທິການໃຫ້ຜູ້ບັນຊາການກົມກອງລົງທຶນ ແລະລະດົມເຫື່ອແຮງທະຫານກໍ່ສ້າງ, ດັດແປງຄອກເພື່ອລ້ຽງສັດລ້ຽງ, ສັດປີກດ້ວຍຂະໜາດໃຫຍ່, ວົງຈອນ, ຮັບປະກັນສິ່ງແວດລ້ອມ. ສາງສະບຽງອາຫານ, ທັນຍາຫານຂອງເຂດ ແລະກົມກອງ ຍາມໃດກໍ່ແຮໄວ້ມີຫົວ, ໝາກໄມ້ຕາມລະດູການເພື່ອສະໜອງໃຫ້ຄາບເຂົ້າປະຈໍາວັນ ແລະກຽມພ້ອມສະໜອງໃຫ້ກໍາປັ່ນກ່ອນທີ່ຈະອອກສູ່ທະເລປະຕິບັດໜ້າທີ່.

ພ້ອມກັບການສ້າງແຫຼ່ງສະບຽງອາຫານຢູ່ກັບທີ່, ຫ້ອງການພະລາທິການ-ເຕັກນິກ ໄດ້ເຊັນສັນຍາກັບວິສາຫະກິດທີ່ມີອິດທິພົນຊື່ສຽງ, ມີແຫຼ່ງສິນຄ້າທີ່ໝັ້ນຄົງຢູ່ໃນບໍລິເວນເພື່ອສະໜອງສະບຽງອາຫານ, ທັນຍາຫານໃຫ້ກໍາປັ່ນຢູ່ທ່າກຳປັ່ນຢ່າງທັນທີກ່ອນທີ່ກໍາປັ່ນຈະອອກໄປປະຕິບັດໜ້າທີ່. ຈໍານວນສະບຽງອາຫານ, ທັນຍາຫານທີ່ສົ່ງຂຶ້ນກໍາປັ່ນ ແມ່ນໄດ້ຄິດໄລ່ຢ່າງແໜ້ນແຟ້ນ, ຮັບປະກັນວິທະຍາສາດ, ສົມເຫດສົມຜົນ, ມີຄວາມສົມດຸນ, ລວມທັງອາຫານສົດນໍາໃຊ້ໃນຫຼາຍວັນທັງມີອາຫານແຫ້ງ ແລະປຸງແຕ່ງເພື່ອນໍາໃຊ້ໃນເວລາທີ່ຈໍາເປັນ. ສໍາລັບອາຫານສົດກ່ອນທີ່ຈະສົ່ງຂຶ້ນກໍາປັ່ນ, ຕ້ອງປຸງແຕ່ງກ່ອນ, ຫຸ້ມຫໍ່, ຮັກສາໃນສາງແຊເຢັນ. ສຳລັບຜັກ, ຫົວ, ໝາກໄມ້, ເປັນຕົ້ນແມ່ນຜັກໃບແມ່ນຕ້ອງຄັດເລືອກຢ່າງລະອຽດ, ຮັບປະກັນ ຄຸນນະພາບດີ, ບໍ່ປຽກ, ບັນຈຸໃສ່ຖົງຢາງແລ້ວຮັກສາໃນສາງເຢັນ. ເພື່ອຮັບປະກັນໃຫ້ຄາບເຂົ້າຂອງທະຫານຍາມໃດກໍ່ມີຜັກຂຽວຢ່າງພຽງພໍໃນໄລຍະປະຕິບັດໜ້າທີ່ຢູ່ທະເລ, ບັນດາກຳປັ່ນໄດ້ນຳເອົາດິນ, ຝຸ່ນ, ຖາດປູກຜັກ, ເຄື່ອງຝຸງຖົ່ວງອກ, ຜັກດອງ, ຫົວ, ໝາກໄມ້... ເພື່ອເພີ່ມເຕີມໃຫ້ຄາບເຂົ້າແຕ່ລະວັນ.

ທ່ານຮ້ອຍເອກພິເສດ ດົ່ງດຶກຈູງ, ກັບຕັນເຮືອກຳປັ່ນຕໍາຫຼວດທະເລ ເລກທີ 8004 (ກອງເຮືອ 11) ໃຫ້ຮູ້ວ່າ ນອກຈາກສະບຽງອາຫານບັນທຸກໃນກໍາປັ່ນແລ້ວ, ທະຫານໃນກຳປັ່ນຍັງຍາດເວລາຫາປາຕື່ມອີກເພື່ອປັບປຸງຊີວິດການເປັນຢູ່ເມື່ອກໍາປັ່ນຈອດຢູ່ທະເລ. ຈໍານວນປາຫາໄດ້ຈະໄດ້ຮັບການຄຸ້ມຄອງ, ນໍາໃຊ້ຄືດັ່ງຜະລິດຕະພັນເພີ່ມພູນຜະລິດຜົນຢູ່ຝັ່ງທະເລ. ນອກຈາກນັ້ນ, ກຳປັ່ນຍັງເປັນເຈົ້າການຕິດຕໍ່ກັບໝູ່ເກາະໃກ້ຝັ່ງທະເລ, ເຮືອຫາປາຂອງຊາວປະມົງໃນເຂດເພື່ອເພີ່ມເຕີມອາຫານສົດເມື່ອມີຄວາມຈໍາເປັນ. ໃນເງື່ອນໄຂທີ່ມີຄື້ນໃຫຍ່, ລົມແຮງບໍ່ສາມາດຈັດຕັ້ງການຄົວກິນໄດ້, ກັບຕັນເຮືອຈະໃຫ້ທະຫານໃຊ້ອາຫານແຫ້ງ, ໝີ່ສຳເລັດຮູບ...

ຍ້ອນມີວຽກງານກະກຽມເປັນຢ່າງດີ, ພ້ອມກັບຈິດໃຈເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກຂອງພະນັກງານ, ນັກຮົບສະນັ້ນໃນຊຸມປີຜ່ານມາ, ຂະແໜງພະລາທິການ-ເຕັກນິກ ຕໍາຫຼວດທະເລເຂດ 1 ຍາມໃດກໍ່ຮັບປະກັນພະລາທິການໃຫ້ກໍາລັງປະຕິບັດບັນດາໜ້າທີ່ຢູ່ທະເລ, ປະກອບສ່ວນຊ່ວຍໃຫ້ກົມກອງປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃນທຸກສະຖານະການ.

ໂດຍ: ເຈິ່ນຮວ່ຽນ