ຕາມນັ້ນແລ້ວ, ຖັນແຖວພະນັກງານ, ສະມາຊິກພັກໃນກອງບັນຊາການທະຫານຊາຍແດນ ໄດ້້ເປັນເສນາທິການໂດຍກົງ, ເຂົ້າຮ່ວມພ້ອມກັບຄະນະພັກ, ອໍານາດການປົກຄອງຂັ້ນຕາແສງປັບປຸງ, ຍົກສູງຄຸນນະພາບການເຄື່ອນໄຫວຂອງອົງການຈັດຕັ້ງພັກ, ພັດທະນາສະມາຊິກພັກ ແລະການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ໂດຍສະເພາະແມ່ນຢູ່ຂັ້ນບ້ານ. ຊ່ວຍຄະນະພັກປັບປຸງສຳເນົາ, ປຶ້ມບັນຊີ, ຮັກສາແບບແຜນ, ຫຼັກການ, ລະບອບດຳເນີນຊີວິດໜ່ວຍພັກ, ອົງຄະນະພັກ; ບໍາລຸງສ້າງ ແລະພັດທະນາສະມາຊິກພັກ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ບ໋າວເລີມ, ກອງບັນຊາການທະຫານຊາຍແດນແຂວງ ລ້າງເຊີນ ກໍ່ສ້າງເສັ້ນທາງຊ່ວຍເຫຼືອປະຊາຊົນຢູ່ເມືອງ ກາວລົກ, ແຂວງ ລ້າງເຊີນ. ພາບ: qdnd.vn

ພ້ອມທັງປັບປຸງ, ຍົກສູງຄຸນນະພາບການດຳເນີນຊີວິດຂອງໜ່ວຍພັກ ແລະຄວາມສາມາດບໍລິຫານ, ຄຸ້ມຄອງຂອງອໍານາດການປົກຄອງ ແລະອົງການຈັດຕັ້ງມະຫາຊົນດ້ານການເມືອງ-ສັງຄົມ ຢູ່ຂັ້ນຮາກຖານ; ໂຄສະນາ, ຂົນຂວາຍ ແລະຊ່ວຍເຫຼືອໃຫ້ແຕ່ລະຄອບຄົວພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກໂດຍກົງ...

ແຕ່ປີ 2023 ມາຮອດປະຈຸບັນ, ພະນັກງານ, ສະມາຊິກພັກ ຂຶ້ນກັບກອງບັນຊາການທະຫານຊາຍແດນ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ກໍ່ສ້າງ, ປັບປຸງເກືອບ 5.000 ອົງການຈັດຕັ້ງພັກ, ອໍານາດການປົກຄອງ, ອົງການຈັດຕັ້ງມະຫາຊົນ, ຕັ້ງໜ້າປະກອບສ່ວນກໍ່ສ້າງຮາກຖານການເມືອງໃນບໍລິເວນໃຫ້ໝັ້ນຄົງເຂັ້ມແຂງ, ກົມກອງໝັ້ນຄົງເຂັ້ມແຂງທຸກດ້ານ "ເປັນແບບຢ່າງ, ດີເດັ່ນ".

ໂດຍ: ຈາງຫງວຽນ